ນະໂຍບາຍແຫ່ງຊາດກ່ຽວກັບຊາວໜຸ່ມ-ເຍົາວະຊົນ ມີຄວາມຄືບໜ້າ

ໃນວັນທີ 26 ພຶດສະພາ 2020 ນີ້, ຢູ່ຫ້ອງປະຊຸມສູນກາງຊາວໜຸ່ມ ໄດ້ຈັດກອງປະຊຸມ ຮັບຟັງຄວາມຄືບໜ້າ ໃນການຮ່າງ ນະໂຍບາຍແຫ່ງຊາດ ກ່ຽວກັບຊາວໜຸ່ມ-ເຍົາວະຊົນ ແລະ ແຜນການນຳໃຊ້ ແອັບພລີເຄຊັນ “ນ້ອຍຢາກຮູ້” ໃຫ້ກຽດເຂົ້າຮ່ວມໂດຍທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະ ບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານນາງ ມາຣຽມຄານ ຜູ້ຕາງໜ້າອົງການສະຫະ ປະຊາຊາດກອງທຶນ ສຳລັບປະຊາກອນ ປະຈຳ ສປປ ລາວ, ມີບັນດາ ຄະນະກົມອ້ອມຂ້າງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອລາຍງານຄວາມຄືບໜ້າ ກ່ຽວກັບຮ່າງນະໂຍບາຍ ແຫ່ງຊາດກ່ຽວກັບ ຊາວໜຸ່ມ-ເຍົາວະຊົນ ພ້ອມທັງນຳສະເໜີ ກ່ຽວກັບແຜນການນຳໃຊ້ ແອັບພລີເຄຊັນ “ນ້ອຍຢາກຮູ້” ໃຫ້ແກ່ຄະນະນຳສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ຊາວໜຸ່ມ ແລະ ສື່ມວນຊົນ ໄດ້ຮັບຮູ້ຢ່າງທົ່ວເຖິງ. ແອັບພລີເຄຊັນ “ນ້ອຍຢາກຮູ້” ແມ່ນສ້າງຂຶ້ນສຳລັບໄວໜຸ່ມໃນ ສປປ ລາວເພື່ອໃຫ້ຂໍ້ມູນ ພື້ນຖານກ່ຽວກັບບັນຫາຕ່າງໆ ທີ່ກ່ຽວກັບສຸຂະພາບທົ່ວໄປ, ສຸຂະພາບຈະເລີນພັນ, ສຸຂະພາບທາງເພດ ແລະ ສຸຂະອະນາໄມ, ການຖືພາ, ການຄຸມກຳເນີດ, ບົດບາດຍິງ-ຊາຍ, ໂພຊະນາການ ແລະ ທັກສະຊີວິດສຳລັບໄວໜຸ່ມ.