ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

ເມື່ອອາທິດຜ່ານມານີ້ ສື່ສັງຄົມອອນລາຍຂອງກຳປູເຈຍເຜີຍແຜ່ວ່າ: ສຸດແປກ ນ້ອງສາວກັບອ້າຍແຕ່ງງານກັນເອງ​ ເຮັດໃຫ້ທັງໂຊຊຽວສະໜັ່ນຫວັ່ນໄຫວ​ ແລະ​ວິພາກວິຈານ​ໄປຕ່າງໆນານາ.

ແຕ່ເປັນເລື່ອງທີ່ອ່ານແລ້ວໜ້າສົງສານສຸດໆ ຄືເລື່ອງມີຢູ່ວ່າ ອ້າຍຜູ້ເປັນເຈົ້າບ່າວ ເປັນຄົນພິການ ໄດ້ມັກຮັກກັບສາວຄົນໜຶ່ງ​ກໍນຶກວ່າແມ່ນເນື້ອຄູ່ພ້ອມທີ່ຈະຢູ່ຄຽງຂ້າງຕົນ ນຶກວ່າເປັນບຸນວາດສະໜາທີ່ກາຍາພິການກໍມີຄົນພ້ອມທີ່ຈະສູ້ນຳ ພ້ອມຕົກລົງປົງໃຈກັນ ວ່າຈະແຕດອງກັນ ແລ້ວມາຢູ່ກິນກັບຕົນ,​ ຈຶ່ງໄດ້ຈັດງານແຕ່ງຂຶ້ນຢ່າງສົມກຽດ.​

ສຸດທ້າຍ​ ເຈົ້າສາວເຜັ່ນໜີ ບໍ່ສົນໃຈໃຍດີໃນງານແຕ່ງ,​ ແຂກທີ່ຖືກເຊີນມາກໍທະຍອຍກັນເຂົ້າມາງານ​ ຈົນຕາແຈຈົນບໍ່ຮູ້ຈະເຮັດແນວໃດ ສຸດທ້າຍຜູ້ເປັນນ້ອງສາວຈຶ່ງຕັດສິນໃຈສະເໜີຕົວແຕ່ງຊຸດເຈົ້າສາວ ເພື່ອເຂົ້າພິທີແກ້ໜ້າແຂກຄົນໄວ້ກ່ອນ.

ຈຶ່ງເຮັດໃຫ້ເຫດການນີ້ໂດ່ງດັງ​ສ້າງຄວາມງົງໃຫ້ກັບສັງຄົມບໍ່ໜ້ອຍ ຫຼ້າສຸດນ້ອງສາວຂອງຜູ້ເປັນເຈົ້າບ່າວໄດ້ໂພສວ່າ: “ບໍ່ເປັນຫຍັງເດີອ້າຍ ອ້າຍບໍ່ມີເຂົາກໍຍັງມີຄອບຄົວທີ່ອົບອຸ່ນ​ຮັກແພງກັນດີ ສູ້ໆ”​ ພ້ອມເລື່ອງລາວກໍໄດ້ເຜີຍອອກມາຈຶ່ງເຮັດໃຫ້ສັງຄົມຫັນມາເຫັນໃຈ ແລະ​ສົງສານເຂົາເປັນທີ່ສຸດ.​