ມາຮອດລາວແລ້ວວັກຊິນປ້ອງກັນໂຄວິດ-19 ຈາກຣັດເຊຍ

ຂໍ້ມູນຈາກ ສະຖານທູດຣັດເຊຍ ປະຈຳ ສປປ ລາວ ວັນທີ 21 ມັງກອນ 2021 ໄດ້ມີພິທີມອບຮັບວັກຊິນປ້ອງກັນໂຄວິດ-19 ຊຸດທຳອິດຈາກຣັດເຊຍ “Sputnik V” ໂດຍລັດຖະບານສະຫະພັນຣັດເຊຍສະໜອງໃຫ້ເເກ່ລັດຖະບານລາວ ດ້ວຍການຊ່ວຍເຫຼືອທີ່ລໍ້າຄ່າຂອງ “ກອງທຶນເພື່ອການລົງທືນໂດຍກົງຂອງຣັດເຊຍ”.

ໂດຍ ທ່ານ ວາລາດີມີຣ ກາລີນິນ ເອກອັກຄະລາດຖະທູດຣັດເຊຍປະຈຳ ສປປ ລາວ ໄດ້ກ່າວຄໍາປາໃສໃນພີທີມອບຮັບວັກຊີນປ້ອງກັນພະຍາດ COVID-19 ຊຸດທຳອິດຈາກຣັດເຊຍ ບາງຕອນວ່າ: “Sputnik V” ແມ່ນຢາວັກຊີນທີ່ລົງທະບຽນເປັນຄັ້ງທຳອິດຂອງໂລກທີ່ມີປະສິດທິພາບທາງດ້ານຄລີນິກເທົ່າກັບ 91,4% ແລະ 100% ສໍາລັບກໍລະນີຮ້າຍແຮງ ທີ່ພັດທະນາໂດຍ ສູນລະບາດວິທະຍາ ເເລະ ຈຸລິນຊີວິທະຍາແຫ່ງຊາດ ກາມາເລຢາ,

ເຊິ່ງເປັນໜຶ່ງໃນສະຖາບັນຄົ້ນຄວ້າຊັ້ນນຳຂອງໂລກ. ຂ້າພະເຈົ້າຈະເນັ້ນໜັກວ່າໃນປະຈຸບັນນີ້ ພົນລະເມືອງຂອງຣັດເຊຍເກືອບ 1 ລ້ານຄົນ ໄດ້ຮັບການສັກຢາ “Sputnik V” ເປັນທີ່ຮຽບຮ້ອຍແລ້ວ ໂດຍບໍ່ມີຜົນຂ້າງຄຽງໃດໆ.

ຫລາຍກວ່າ 50 ປະເທດ ໄດ້ຍື່ນໃບສະໝັກສໍາລັບການຊື້ຢາວັກຊີນຂອງຣັດເຊຍປະມານ 1,2 ຕື້ໂດສ, ໂດຍສະເພາະ ປະເທດ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ ພາຍໃນປະຊາຄົມອາຊຽນ.

“ຂ້າພະເຈົ້າມີຄວາມຍິນດີທີ່ຈະປະກາດວ່າ ຣັດເຊຍ ແລະ ລາວ ໄດ້ຕົກລົງເຫັນດີໃນການສະໜອງຢາວັກຊີນ “Sputnik V” ຈຳນວນ 2 ລ້ານໂດສ ໃຫ້ແກ່ ສປປ ລາວ. ນັ້ນໝາຍຄວາມວ່າ 25% ຂອງປະຊາກອນລາວ ຈະໄດ້ຮັບຢາວັກຊີນທີ່ມີປະສິດຕິພາບ ແລະ ປອດໄພຈາກຣັດເຊຍ” ທ່ານ ວາລາດີມີຣ ກ່າວ