ພາກທຸລະກິດ ມີສ່ວນຮ່ວມແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ຢູ່ສະຫວັນນະເຂດ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະ ຕິວັດລາວ ເມື່ອບໍ່ດົນມານີ້, ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການມີສ່ວນຮ່ວມຂອງພາກທຸລະກິດເອກະຊົນ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ບ້ານຄຳປາແໜ ເມືອງຊົນນະບູລີ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ເພື່ອຫັນປ່ຽນການດຳລົງຊີວິດແບບເລື່ອນລອຍ “ຂໍທານ” ໃຫ້ມາອອກແຮງງານເຮັດກິນຢູ່ກັບທີ່ ແລະ ການປະຕິບັດໂຄງການ ຮ່ວມໃຈສາຍໄຍໂລມາຄຳ ຢູ່ເມືອງນອງ ແຂວງສະຫວັນນະເຂດ ດ້ວຍການຊຸກຍູ້ສົ່ງເສີມສ້າງການເສດຖະກິດຄອບ ຄົວ ໃຫ້ແກ່ປະຊາຊົນ.

ທ່ານ ເກຍ ອູ໊ສິດທິເດດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 3 ປີ (2016-2018) ທີ່ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ຮ່ວມກັບການຈັດຕັ້ງພາກລັດ ເພື່ອແກ້ໄຂບັນຫາຄົນຂໍທານໃນເປົ້າໝາຍ ດ້ວຍການສ້າງພື້ນຖານການຜະລິດໃຫ້ແກ່ປະຊາຊົນ, ເຊິ່ງໃນເບື້ອງຕົ້ນໄດ້ສ້າງຕັ້ງກອງທຶນເຂົ້າກິນ, ໃຫ້ອາຫານການກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມື ແລະ ກົນຈັກຮັບໃຊ້ການຜະລິດ, ປຸກສ້າງເຮືອນເຄິ່ງຖາວອນໃຫ້, ຈັດສັນດິນປຸກສ້າງ, ດິນທຳການຜະລິດ, ສະໜອງແນວພັນພືດ, ພັນສັດ, ເຈາະນ້ຳບາດານ, ວິດຖ່າຍ, ໜອງປາ ແລະ ສິ່ງອຳ ນວຍອື່ນໆໃຫ້ປະຊາຊົນກຸ່ມເປົ້າໝາຍ.

ຜ່ານການປະເມີນໂຄງ ການເຫັນວ່າ ມີຜົນສຳເລັດເກີນຄາດໝາຍ ຄອບຄົວເປົ້າໝາຍ 261 ຄອບຄົວ ໄດ້ຮັບການຊ່ວຍເຫລືອຢ່າງທົ່ວເຖິງ, ສອດຄ່ອງກັບຄວາມຕ້ອງການ, ການຜະລິດມີລັກສະນະຄົບວົງຈອນ, ຖືກໃຈປະຊາຊົນ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການຫັນປ່ຽນວິຖີການດຳລົງຊີວິດແບບໃໝ່.

ສຳລັບ ໂຄງການຮ່ວມໃຈສາຍໄຍໄລມາຄຳ ເຊິ່ງປັນໂຄງການຮ່ວມທຶນ ລະຫວ່າງ ທ່ານ ເກຍ ອູ໊ສິດທິເດດ ແລະ ທ່ານ ສາຍສະໝອນ ກວານເມືອງຈັນ ຜູ້ອຳນວຍການ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສາຍໃຍສຳພັນ ເພື່ອປະກອບສ່ວນສ້າງເງື່ອນໄຂໃຫ້ເມືອງນອງ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ, ເຊິ່ງທາງໂຄງການແມ່ນໄດ້ໄປຊ່ວຍສ້າງພື້ນຖານໂຄງລ່າງ ໃຫ້ແກ່ປະຊາຊົນ 2 ບ້ານ ເພື່ອຊຸກຍູ້ສົ່ງເສີມການສ້າງເສະຖະກິດຄອບຄົວ ໂດຍໄດ້ລົງໄປຕິດຕາມເບິ່ງທ່າແຮງບົ່ມຊ້ອນ ແລະ ຄວາມຕ້ອງການຂອງແຕ່ລະຄອບຄົວໃນການປູກຝັງ ແລະ ລ້ຽງສັດ,

ພ້ອມທັງໄດ້ສົ່ງເສີມ ປະຊາຊົນນອກ ຈາກເຮັດໄຮ່ແລ້ວ ໃຫ້ປູກພືດຜັກຫລາຍຊະນິດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອເປັນແຫລ່ງອາຫານ ໂດຍທາງໂຄງການເປັນຜູ້ສະໜອງໃຫ້ ນັບທັງອຸປະກອນທຳການຜະລິດ, ແນວພັນພືດ, ແນວພັນສັດ, ເຈາະນໍ້າບາດານ, ເຮັດຝ່າຍນຳລົ້ນ ເພື່ອທຳການຜະລິດເພື່ອເປັນອາຫານ ແລະ ຂ່າຍເປັນສິນຄ້າ. ສຳລັບປະຊາຊົນທີ່ມີພື້ນຖານໃນການຕ່ຳຫູກ ທາງໂຄງການໄດ້ສົ່ງເສີມ ແລະ ເກັບຊື້ໃຫ້ປະຊາ ຊົນ.

ຂ່າວ: ຈັນທະລອນ