ອຸປະຕິເຫດທາງດ່ວນ ຕຳຮາວແລະນໍ້າມັນເຄື່ອງເຮ່ຍລົງທາງຖືກປັບໃໝ 19ລ້ານກີບ

ອີງຕາມບົດບັນທຶກຂອງເຈົ້າໜ້າທີ່ ກົມຕຳຫລວດຈະລາຈອນ ໃນວັນທີ 17 ມັງກອນ 2021 ນີ້ ໃຫ້ຮູ້ວ່າ: ໃນວັນທີ 16 ມັງກອນ 2021 ໄດ້ມີລົດເກັ໋ງ ອຸບັດເຫດ ເທິງທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ຈຶ່ງໄດ້ມີການເຮັດບົດບັນທຶກຂຶ້ນ ລະຫວ່າງຜູ້ເສຍຫາຍກັບບໍລິສັດທາງດ່ວນ ຢູ່ທີ່ຈຸດສະຖານີສີເກີດທີ່ເກີດຂຶ້ນ

ໂດຍມີການສະຫລຸບດັ່ງນີ້:

1.ຜູ້ເສຍຫາຍ ແມ່ນຍິນດີຈ່າຍຄ່າສ້ອມແປງຮາວຮົ້ວກັ້ນທາງດ່ວນທີ່ເສຍຫາຍ ຈຳນວນ 6.000.000 ກີບ ນັດຈ່າຍເງິນ ວັນທີ 19 ມັງກອນ 2021

2. ຜູ້ເສຍຫາຍ ຍິນດີຈ່າຍຄ່າສ້ອມແປງເສັ້ນທາງດ່ວນ ທີ່ຄາບນໍ້າມັນເຄື່ອງຕົກເຮ່ຍໃສ່ພື້ນທາງໃຫ້ບໍລິສັດທາງດ່ວນເປັນຈຳນວນເງິນ 13.000.000ກີບ ໂດຍກຳນົດຈ່າຍເປັນ 2 ງວດຄື: ງວດທີ 1 ວັນທີ 23 ກຸມພາ 2021 ຈຳນວນ 6.500.000 ກີບ ແລະ ງວດທີ 2 ວັນທີ 31 ມີນາ 2021 ຈຳນວນ 6.500.000 ກີບ

3. ສ່ວນການເປ່ເພຂອງລົດຜູ້ເສຍຫາຍແມ່ນ ຜູ້ເສຍຫາຍຈ່າຍຄ່າສ້ອມແປງເອງ.

4. ສ່ວນລົດຂອງຜູ້ເສຍຫາຍທີ່ຈອດໄວ້ສະຖານີ ຖ້າຫາກມີການເປ່ເພ, ເຄື່ອງຂອງຢູ່ໃນລົດຕົກເຮ່ຍເສຍຫາຍ ທາງບໍ່ລະສັດ ແລະ ເຈົ້າໜ້າທີ່ບໍມີມີສ່ວນຮັບຜິດຊອບກ່ຽວກັບເລື່ອງທີ່ເກີດຂຶ້ນ.

ດັ່ງນັ້ນ, ຈຶ່ງຝາກເຕືອນນັກຂັບຂີ່ທີ່ໃຊ້ລົດໃຊ້ຖະໜົນເທິງທາງດ່ວນ ມີສະຕິລະມັດລະວັງ ຢ່າໃຫ້ເກີດອຸບັດເຫດເດັດຂາດ.

ຂໍຂອບໃຈທີ່ມາ:​ www.laophattananews.com