ຊາຍວຽດນາມອາຍຸ 27ປີປ່ວຍເປັນໂລກຊືມເສົ້າກີນນອ໋ດຕະປູໃບມີເຫຼັກຫຼາຍກວ່າ 1ກິໂລ.

ເມື່ອວັນທີ່ 17 ເດືອນ ມັງກອນ ປີ 2021 World Forum ລາຍງານວ່າ ໂຮງໝໍໂຮຈີມິນໄດ້ເປີດເຜີຍອາການຂອງຊາຍວຽດນາມ ອາຍຸ 27 ປີ ທີ່ປ່ວຍເປັນໂລກຊືມເສົ້າມີອາການປວດທ້ອງມາໄດ້ໄລຍະໜື່ງແລ້ວເປັນເວລາ 1 ເດືອນ ເຊີ່ງຜູ້ປ່ວຍມີອາການກີນສີ່ງທີ່ບໍ່ແມ່ນອາຫານ, ມັກກີນເຫຼັກ ແລະ ຂອງແປກໆເຊັ່ນ:

ໂລຫະ, ນອ໋ດ, ບວງ, ໃບມີດ ແລະ ຕະປູ ຫຼັງຈາກແພດກວດພົບສີ່ງແປກປອມໃນກະເພາະອາຫານ ຈື່ງສົ່ງໂຕມາຍັງໂຮງໝໍທະຫານໃນໂຮຈີມິນ

ເຮັດການຜ່າຕັດເອົາສີ່ງແປກປອມອອກມາໄດ້ ເຊີ່ງໃຊ້ເວລາຜ່າຕັດເຖີງ 2 ຊົ່ວໂມງ ສີ່ງທີ່ນຳອອກມາໄດ້ມີໂລຫະ, ເຫຼັກ, ຂໍເກາະ ແລະ ໃບມີດຈຳນວນຫຼາຍ

ເຊີ່ງສັ່ງນໍ້າໜັກໄດ້ເຖີງ 1 ກິໂລ ຕອນນີ້ຜູ້ປ່ວຍປອດໄພແລ້ວ ຢູ່ໃນຊ່ວງເວລາພັກຟື້ນ ແລະ ລໍຖ້າຕິດຕາມອາການ ຫວັງວ່າຫາຍດີແລ້ວ ລາວຈະບໍ່ກັບໄປກີນສີ່ງເຫຼົ່ານີ້ອີກ ເພາະລາວອາດຈະບໍ່ໂຊກດີແບບນີ້ຕະຫຼອດໄປ

.