ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ

ກອງປະຊຸມໃຫຍ່ຂອງພວກເຮົາ ໄດ້ດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ໃນກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ຫາກໍສຳເລັດລົງໃນຕອນເຊົ້າມື້ນີ້ ກໍໄດ້ເລືອກຕັ້ງກົມການເມືອງສູນກາງພັກແລະຄະນະເລຂາທິການສູນກາງພັກ, ເລືອກຕັ້ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ພ້ອມທັງເລືອກປະທານແລະຮອງປະທານຄະນະກວດກາສູນກາງພັກສະໄໝທີXI.

ໃນກອງປະຊຸມຄັ້ງນີ້, ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ X ໄດ້ສະໝັກໃຈບໍ່ສືບຕໍ່ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XI ອີກ.

ສະຫາຍ ບຸນຍັງ ວໍລະຈິດ ແມ່ນໜຶ່ງໃນບັນດາການນໍາສູງສຸດຂອງພັກ-ລັດ, ແມ່ນນັກຮົບປະຕິວັດທີ່ອາດຫານກ້າແກ່ນ ໃນຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ. ສະຫາຍແມ່ນນັກຮັກຊາດທີ່ສູງສົ່ງຍາມໃດກໍມີຄວາມຈົ່ງຮັກພັກດີ, ບໍລິສຸດຜຸດພ່ອງຕໍ່ພັກ, ຕໍ່ປະເທດຊາດແລະຕໍ່ປະຊາຊົນ;

ສະຫາຍແມ່ນການນຳຜູ້ໜຶ່ງທີ່ມີແບບແຜນແລະ ພິບໄຫວໃນການນຳພາ-ຊີ້ນຳ, ມີແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ, ເປັນແບບຢ່າງທີ່ດີ ແລະ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີໃນທົ່ວພັກ, ທົ່ວກອງທັບ ແລະ ປວງຊົນລາວບັນດາເຜົ່າ.

ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຮັບການເລືອກຕັ້ງເປັນກຳມະການສົມບູນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີIIIໃນປີ 1982. ຕະຫລອດໄລຍະ8ສະໄໝກອງປະຊຸມໃຫຍ່ຂອງພັກ, ສະຫາຍລ້ວນແຕ່ໄດ້ຮັບຕໍາແໜ່ງທີ່ສຳຄັນຂອງພັກ ເຊັ່ນ:

ເປັນກຳມະການສູນກາງພັກ8 ສະໄໝ, ກໍາມະການກົມການເມືອງສູນກາງພັກ 5 ສະໄໝ, ເປັນຄະນະເລຂາທິການສູນກາງພັກ 2 ສະໄໝ ແລະ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ 1 ສະໄໝ, ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ 1 ສະໄໝ;ນອກຈາກຕໍາແໜ່ງເບື້ອງພັກແລ້ວ, ສະຫາຍຍັງໄດ້ຮັບຕໍາແໜ່ງເບື້ອງລັດທີ່ສຳຄັນຢູ່ຂັ້ນທ້ອງຖິ່ນ ແລະ ຢູ່ສູນກາງ ລະອຽດຄື:

ເປັນເຈົ້າແຂວງແຂວງສະຫວັນນະເຂດ,ເປັນເຈົ້າຄອງນະຄອນຫລວງວຽງຈັນ, ປະທານຄະນະກຳມາທິການຮ່ວມມື ແລະ ລົງທຶນຕ່າງປະເທດ, ປະທານຄະນະກຳມາທິການສູນກາງຈັດສັນທີ່ດິນ-ປ່າໄມ້, ເປັນປະທານຄະນະກຳມາທິການສູນກາງພັດທະນາຊົນນະບົດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເປັນນາຍົກລັດຖະມົນຕີ, ເປັນຮອງປະທານປະເທດ ແລະ ເປັນປະທານປະເທດ ແຫ່ງ ສປປ ລາວ.

ຕະຫລອດໄລຍະເວລາຫລາຍສິບປີທີ່ໄດ້ຮັບມອບໝາຍໜ້າທີ່ສຳຄັນຂອງພັກ-ລັດ,ສະຫາຍມີຄວາມເຂັ້ມງວດໃນດ້ານຫລັກການ, ເຄັ່ງຄັດຕໍ່ລະບຽບວິໄນ, ເອົາໃຈໃສ່ສົ່ງເສີມປະຊາທິປະໄຕໃນໝູ່ຄະນະ,ຈິງໃຈຕໍ່ເພື່ອນສະຫາຍ,ໃກ້ຊິດຕິດແທດມະຫາຊົນ.

ເຖິງແມ່ນວ່າຈະຢູ່ໃນຖານະຕຳແໜ່ງໃດ, ຢູ່ບ່ອນໃດ ແລະ ໃນສະພາບການ-ເງື່ອນໄຂໃດ ສະຫາຍ ບຸນຍັງ ວໍລະຈິດ ກໍລ້ວນແຕ່ເຊີດຊູຄັນທຸງນໍາໜ້າຂອງພັກ, ປະຕິບັດໜ້າທີ່ດ້ວຍຄວາມຈົງຮັກພັກດີ, ຍຶດໝັ້ນຢ່າງບໍ່ຄອນແຄນໃນແນວທາງ ແລະ ທັດສະນະຫລັກໝັ້ນຂອງພັກ.

ພິເສດແມ່ນໄລຍະທີ່ສະຫາຍໄດ້ດຳລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ Xແລະ ເປັນປະທານປະເທດແຫ່ງ ສປປ ລາວ, ສະຫາຍໄດ້ເປັນເຈົ້າການປະກອບສ່ວນຄົ້ນຄວ້າກຳນົດ, ຊີ້ນຳຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ, ສືບຕໍ່ນຳພາສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, ເຮັດໃຫ້ປະເທດຊາດມີສະຖຽນລະພາບ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວດ້ວຍຄວາມໝັ້ນທ່ຽງ, ລະບອບການເມືອງມີຄວາມໝັ້ນຄົງ, ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປົວແປງດີຂຶ້ນ, ບົດບາດອິດທິພົນຂອງພັກ ແລະ ຂອງປະເທດເຮົານັບມື້ສູງເດັ່ນຂຶ້ນໃນເວທີສາກົນ.

ໃນຕະຫລອດໄລຍະຜ່ານມາ, ສະຫາຍ ບຸນຍັງ ວໍລະຈິດພ້ອມດ້ວຍໝູ່ຄະນະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ, ສາມັກຄີແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຈີນ ກໍຄືເພີ່ມທະວີຄວາມສາມັກຄີກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາມັກຄີກັບບັນດາປະເທດທີ່ຮັກຫອມສັນຕິພາບໃນໂລກ.

ລວມຄວາມແລ້ວ, ສະຫາຍ ແມ່ນຜູ້ນໍາອາວຸດໂສ ທີ່ໄດ້ມີຜົນງານປະກອບສ່ວນຢ່າງສໍາຄັນ ເຂົ້າໃນການປັບປຸງກໍ່ສ້າງພັກປະຊາຊົນ ປະຕິວັດລາວ, ລັດປະຊາທິປະໄຕປະຊາຊົນລາວ, ກອງທັບປະຊາຊົນ ແລະ ແນວໂຮມແຫ່ງຊາດຂອງພວກເຮົາ. ພັກ, ລັດ ແລະ ປະຊາຊົນເຮົາມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ໄດ້ມີຜູ້ນຳທີ່ສະຫລາດສ່ອງໃສ, ປີຊາສາມາດ.

ພວກເຮົາຮຸ່ນສືບທອດຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫລືອ ແລະ ຈົດຈຳລ້ຳລຶກຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງຂອງ ສະຫາຍ ບຸນຍັງ ວໍລະຈິດ ຈົນເທົ່າໃດໆ; ພ້ອມກັນນັ້ນ ພວກເຮົາຈະສືບຕໍ່ຮ່ຳຮຽນ, ເສີມຂະຫຍາຍມູນເຊື້ອປະຕິວັດອັນເດັດດ່ຽວ ແລະ ແບບຢ່າງອັນໃສແຈ້ງຂອງສະຫາຍ, ພ້ອມກັນສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ນຳເອົາພາລະກິດປ່ຽນແປງໃໝ່ ກ້າວຂຶ້ນຢ່າງໜັກແໜ້ນ ຕາມຈຸດໝາຍສັງຄົມນິຍົມ.

ຕາງໜ້າບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ແລະຄະນະບໍລິຫານງານສູນກາງພັກສະໄໝທີ XI ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຍືນ, ສືບຕໍ່ຕິດຕາມໃຫ້ຄວາມຕັກເຕືອນ ສັ່ງ ສອນພະນັກງານຮຸ່ນສືບທອດ, ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ເພື່ອນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຕາມພັກເຮົາກຳນົດໄວ້.