ສະຫາຍ ທອງລຸນ ສິສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11

ສະຫາຍ ທອງລຸນ ສິສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ 11 ໄດ້ປິດລົງດ້ວຍຜົນສໍາເລັດໃນວັນທີ 15 ມັງກອນີ້ທີ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສິສຸລິດ ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ນອກນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11 ປະກອບມີກໍາມະການກົມການເມືອງສູນກາງພັກ 13 ສະຫາຍ ຍິງ 2 ສະຫາຍ ເຊິ່ງມີ: 1.ສະຫາຍ ປອ ທອງລຸນ ສີສຸລິດ

  1. ສະຫາຍ ປອ ພັນຄໍາ ວິພາວັນ
  2. ສະຫາຍ ນາງ ປານີ ຢາທໍ່ຕູ້
  3. ສະຫາຍ ປອ ບຸນທອງ ຈິດມະນີ
  4. ສະຫາຍ ປອ ໄຊສົມພອນ ພົມວິຫານ
  5. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
  6. ສະຫາຍ ປອ ຄໍາພັນ ພົມມະທັດ
  7. ສະຫາຍ ປອ ສິນລະວົງ ຄຸດໄພທູນ
  8. ສະຫາຍ ສອນໄຊ ສີພັນດອນ
  9. ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ
  10. ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ
  11. ສະຫາຍ ນາງ ສີໃສ ລືເດດມູນສອນ
  12. ສະຫາຍ ສະເຫຼີມໄຊ

ກົມມະສິດກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະທ່ານ ຄໍາພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ. ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ11ປະກອບມີກໍາມະການສົມບູນສູນກາງພັກຈໍານວນ 71 ສະຫາຍ, ຍິງ 12 ສະຫາຍ, ກໍາມະການສໍາຮອງສູນກາງພັກ 10 ສະຫາຍ, ຍິງ 2 ສະຫາຍ.

ກົມມະສິດກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະທ່ານ ຄໍາພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ.
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ11ປະກອບມີກໍາມະການສົມບູນສູນກາງພັກຈໍານວນ 71 ສະຫາຍ, ຍິງ 12 ສະຫາຍ, ກໍາມະການສໍາຮອງສູນກາງພັກ 10 ສະຫາຍ, ຍິງ 2 ສະຫາຍ.