ໂພສ1 ຂໍຄວາມຊ່ວຍເຫຼືອມາຍັງຜູ້ໃຈບຸນທຸກໆທ່ານ

ໂພສ1 ຂໍຄວາມຊ່ວຍເຫຼືອມາຍັງຜູ້ໃຈບຸນທຸກໆທ່ານ ທີ່ໄດ້ເຫັນຜ່ານ Facebook ນີ້ ຂ້າພະເຈົ້າຂໍຕາງໜ້າຂໍຄວາມຊ່ວຍເຫຼືອນຳທຸກຄົນແທນ2ແມ່ລູກນີ້.​ 2ແມ່ລູກເຜົ່າຂະມຸ ຢູ່ບ້ານນາງອມ,​ເມືອງກັວນ, ແຂວງຫົວພັນ ສະພາບຊີວິດການເປັນຢູ່ຄືດັງທີ່ທຸກຄົນເຫັນໃນຮູບພາບ ຢູ່ກັນ2ແມ່ລູກ ຜົວເສຍຊີວິດແລ້ວ ຍ້ອນຖືກໄມ້ທັບຕາຍ

ສະພາບການຍ້ອນຄວາມທຸກຍາກຂາດເຂີນບວກກັບສະພາບອາກາດທີ່ໜາວຈັດຈື່ງຂໍວອນນຳສັງຄົມຂໍບໍລິຈາກເຄື່ອງນຸ່ງຫົ່ມທີ່ບໍ່ໄດ້ໃສ່ແລ້ວທີ່ເປັນເຄື່ອງເກົ່າເຄື່ອງມື2ທີ່ປະໄວ້ລ້າ,​ເຂົ້າສານອາຫານແຫ້ງຕ່າງໆ ຖ້າທ່ານໃດມີຈິດໃຈສັດທາສາມາດມາຮ່ວມບໍລິຈາກກັບພວກເຮົາໄດ້

ຢາກບໍລິຈາກເຄື່ອງແຂວງຫົວພັນຕິດຕໍ່: 020 23032220 (ອ້າຍຕຸ)

ຢາກບໍລິຈາກເຄື່ອງນະຄອນຫຼວງຕິດຕໍ່: 020 91782715​(ໝີ)

ຕ່າງແຂວງຢາກບໍລິຈາກເຄື່ອງແມ່ນຝາກຮຸ່ງອາລຸນ,​ກຽງໄກ ຄ່າຝາກພວກເຮົາສາມາດອອກເອງໄດ້

ຫຼືທ່ານໃດມີຈິດໃຈຢາກຮ່ວມບໍລິຈາກເປັນວັດຖຸປັດໃຈສາມາດໂອນຜ່ານບັນຊີຂ້າພະເຈົ້າແລ້ວຂຽນວ່າ”ບໍລິຈາກຊ່ວຍເຫຼືອ2ແມ່ລູກ”​ເງິນທຸກກີບແມ່ນຈະມອບໃຫ້ເຂົາເຈົ້າທັງໜົດໂດຍບໍ່ຫັກຄ່າຫຍັງທັງສີ້ນ

ເລກບັນຊີ: 172120001476584001

ຊື່ບັນຊີ: Thipphaphone Latsachanh​ Ms

.

.