ປິດການສັນຈອນຊົ່ວຄາວ 13-15 ມັງກອນ ຖະໜົນໄກສອນພົມວິຫານ ແລະ ເສັ້ນທາງອ້ອມຮອບຫໍປະຊຸມ

ໃນວັນທີ 12 ມັງກອນນີ້, ທ່ານ ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ໄດ້ແຈ້ງມາຍັງຜູ້ໃຊ້ລົດໃຊ້ຖະໜົນໃຫ້ຊາບວ່າ: ໃນວັນທີ 13-15 ມັງກອນ ຈະປິດການສັນຈອນຖະໜົນໄກສອນພົມວິຫານ ແລະ ເສັ້ນທາງອ້ອມຮອບຫໍປະຊຸມແຫ່ງຊາດຫລັກ 6 ຊົ່ວຄາວ, ເພື່ອຄວາມສະດວກໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງ XI ຂອງ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 13-15 ມັງກອນນີ້ ເພື່ອຈັດສັນເສັ້ນທາງໃຫ້ເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພ.

ທາງຫໍປະຊຸມແຫ່ງຊາດ, ຖະໜົນທີ່ຕັດຜ່ານດ້ານໜ້ານີ້ ແມ່ນຖະໜົນ ໄກສອນ ພົມວິຫານ, ຖ້າໄປຊື່ ກໍຈະເຖິງໄຟອໍານາດດົງໂດກ, ໄຟອໍານາດຮ່ອງແຊງ (ບ.ໂພນເຄັງ), ຖ້າໄປຊື່ ກໍຈະເຖິງປະຕູໄຊ, ວົງວຽນ ສະຖານີໂທລະພາບແຫ່ງຊາດລາວ, ວົງວຽນໜອງໜ່ຽງ, ສໍາລັບຖະໜົນ ໄກສອນ ພົມວິຫານ ແຕ່ປະຕູໄຊ ເຖິງສີ່ແຍກໄຟອໍານາດດົງໂດກ ຈະໄດ້ປິດການສັນຈອນຊົ່ວຄາວ,​ເປັນ​ບາງ​ເວລາ ແລະ​​ ເສັ້ນທາງ ໃນເຂດ​ອ້ອມ​ຮອບຫໍ​ປະຊຸມ​ແຫ່ງ​ຊາດ ກໍ່ຈະໄດ້ປິດການສັນຈອນ ເຊັ່ນດຽວກັນ, ສ່ວນທາງ

ເວັ້ນ ແມ່ນໃຫ້ນໍາໃຊ້ເສັ້ນທາງຄູ່ຂະໜານກັບຖະໜົນ ໄກສອນ ພົມວິຫານ, ແຕ່ໜ້າ ມຊ-ບ້ານ ຄໍາຮຸ່ງ-ໂຮງໝໍ 150 ຕຽງ-ບ້ານສີບຸນເຮືອງ ຫລື ສາມາດນໍາໃຊ້ເສັ້ນທາງ,ແຕ່ 4 ແຍກຕານມີໄຊ – ຕະຫລາດຫ້ວຍຫົງ-ບ້ານ ດົງປ່າແຫຼບ – ຕະຫລາດທົ່ງຂັນຄໍາ ແລະ ເສັ້ນທາງອື່ນໆອີກ.ເນື່ອງຈາກທາງ​ການມີ​ຄວາມ​ຈໍາ​ເປັນຕ້ອງໄດ້​ນໍາ​ໃຊ້​ເສັ້ນທາງ, ເພື່ອອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ, ຈຶ່ງ​ຂໍ​ຄວາມ​ຮ່ວມ​ມືນໍາບັນດາທ່ານຄື:1.ຂໍໃຫ້ທ່ານ ເລືອກໃຊ້ເສັ້ນທາງອື່ນ ທີ່ຄູ່ຂະໜານກັນ ກັບຖະໜົນ

ໄກສອນ ພົມວິຫານ ແທນເປັນການຊົ່ວຄາວ , 2.ຫ້າມລົດບັນທຸກ ສັນຈອນຢູ່ຕາມເສັ້ນທາງ ສາຍສໍາຄັນຕ່າງໆ ຕາມປະກາດແຈ້ງການ ຂອງພະແນກ ໂຍທາທິ , 3.ຫ້າມລົດກູ້ຊີບ – ກູ້ໄພ ເຂົ້າມາສັນຈອນຢູ່ຕາມ ຖະໜົນໄກສອນ ພົມວິຫານ ແລະ ນັບແຕ່ເວລາ 18 ໂມງ 00 ເປັນຕົ້ນໄປ ແມ່ນຫ້າມໃຊ້ສຽງຫວໍ, ໃຫ້ນໍາໃຊ້ລະບົບໄຟສັນຍານເທົ່ານັ້ນ, ໃຫ້ປະຕິບັດຕາມເອກະສານແນະນໍາຢ່າງເຂັ້ມງວດ.ເພື່ອອໍານວຍຄວາມສະດວກໃຫ້ແກ່ກອງປະຊຸມໃນຄັ້ງນີ້, ຈຶ່ງໄດ້ຈັດກໍາລັງຕໍາຫລວດຈະລາຈອນ ຈໍານວນ

308 ສະຫາຍ, ລົງໄປປະຈໍາການຢູ່ຕາມເສັ້ນທາງ, ຈຸດທີ່ສໍາຄັນຕ່າງໆ ທົ່ວນະຄອນຫຼວງວຽງຈັນ 77 ຈຸດ, ໃນນີ້ເຂດອ້ອມຮອບຫໍປະຊຸມແຫ່ງຊາດ ມີ 19 ຈຸດ, ເຂດວົງນອກຫໍປະຊຸມ ມີ 34 ຈຸດ,ຈຸດປະຈໍາການຄອຍເຫດ 10 ຈຸດ,ຈຸດກວດກາການສັນຈອນ 10 ຈຸດ, ດ່ານເຂົ້າ – ອອກເມືອງ ມີ 4ຈຸດ,ພວກຂ້າພະເຈົ້າ ຈະຄວບຄຸມ ລະບາຍການສັນສັນຈອນ ແລະ ເຮັດວຽກງານບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ຕະຫຼອດ 24 ຊົ່ວໂມງ.

ດັ່ງນັ້ນ,ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງ ໃຫ້ບັນດາທ່ານ ຈົ່ງໃຊ້ລົດໃຊ້ຖະໜົນ ດ້ວຍຄວາມມີສະຕິສູງ, ໃຫ້ເອົາໃຈໃສ່ປະຕິບັດຕາມກົດລະບຽບຈະລາຈອນ ແລະ ການສັນຍານຂອງເຈົ້າໜ້າທີ່ ທີ່ເຮັດວຽກຢູ່ຕາມສາຍທາງ ຢ່າງເຂັ້ມງວດ.