ຈູດພຸສະຫລອງປີໃໝ່ ໄຟໄໝ້ໝົດ 18​ຕູບ ຮ້ານອາຫານປ່າກ້ວຍເສຍຫາຍ 127 ລ້ານກີບ

ເຈົ້າໜ້າທີ່ ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້: ໃນວັນທີ  31/12/2020 ຄ່ຳຄືນສະເຫລີມສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໄດ້ເກີດເຫດໄຟໄໝ້ ຮ້ານຕູບປ່າກ້ວຍ ບ້ານສະພັງເມີກ ເມືອງໄຊທານີ ນະຄອນຫລວງວຽງຈັນ ສາເຫດແມ່ນຍ້ອນຈູດບັ້ງພຸແລ້ວໄປຕົກໃສ່ຕູບທີ່ມຸງດ້ວຍຫຍ້າຄາ ເສຍຫາຍ 18 ຕູບ.

ຜູ້ກໍ່ເຫດໂດຍ ທ້າວ ແຫລ້ ອາຍຸ 28 ປີ ເຊິ່ງເປັນພະນັກງານຮ້ານອາຫານດັ່ງກ່າວໄດ້ຈູດບັ້ງພຸ ຍາວ ຊັງຕີແມັດ ເພື່ອສະເຫລີມສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໃນຂະນະທີ່ຈູດບັ້ງໄຟຢູ່ນັ້ນ

ບັງເອີນພຸປິ່ນປາກມາມາຫາຜູ້ກ່ຽວຈຶ່ງໄດ້ເຕະບັ້ງພຸປິ່ນໄປທາງຕູບ ເຮັດໃຫ້ດອກພຸທີ່ພຸ້ງຂື້ນຕົກໃສ່ຕູບທີ່ມຸງດ້ວຍຫຍ້າຄາ ແລ້ວໄຟໄໝ້ຂື້ນແລ້ວລຸກລາມໄປຕໍ່ໆຢ່າງໄວວາສ້າງຄວາມເສຍຫາຍຈຳນວນ 18 ຕູບ ຈາກຕູບທັງໝົດມີ 83 ຕູບ ແລະ ປະເມີນຄວາມເສຍຫາຍແມ່ນ 127 ລ້ານກີບ.

ຂ່າວ: ໜັງສືພິມລາວພັດທະນາ