ສປປ ລາວ ກະກຽມຄວາມພ້ອມ ໃນແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX 2021

ຄົນລາວທຸກຄົນ ອາຍຸ 18 ປີຂື້ນໄປ ແມ່ນມີສິດເຕັມຕົວໄປເລືອກຕັ້ງ 21 ກຸມພາ 2021 ໃກ້ຈະມາຮອດນີ້  ສປປ ລາວ ກຳລັງດຳເນີນການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II,ເຊິ່ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ໄດ້ຜັນຂະຫຍາຍບັນດາເອກະສານກ່ຽວກັບການເລືອກຕັ້ງ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ມາຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງ, ໂດຍສະເພາະແມ່ນມາດຖານ ຂອງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ແລະ ເອກກະສານກ່ຽວຂ້ອງອື່ນໆ.

ສະມາຊິກສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາ ເຜົ່າ ໂດຍແມ່ນພົນລະເມືອງລາວ ເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ເຊິ່ງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດ ຖານຄົບຖ້ວນ ຄື: ເປັນພົນລະເມືອງລາວ;

ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອຳນາດເດັດດ່ຽວ ຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ;

ກຳແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່, ລັດຖະທຳມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ;

ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳເຫັນຕໍ່ບັນຫາສຳຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້; ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດໜຶ່ງ ແລະ ທີ່ສໍາຄັນຕ້ອງມີສຸຂະພາບດີ.

ພົນລະເມືອງລາວທຸກຄົນ ໂດຍບໍ່ຈຳແນກ ເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລຳເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ.

ຂ່າວ: ຈັນທະລອນ ຂປລພາບປະກອບ: ພອນໄຊ