ຊົມເຊີຍສາວ ພົບ ແມ່ລູກອ່ອນ ຖືກຜົວຖິ້ມຕ້ອງມານອນວັດ ຂໍຄວາມຊ່ວຍເຫຼືອເຮັດວຽກນຳ “ບອກຜົວມັນບໍ່ດີຢ່າພາລູກໄປຫາມັນອີກເດີ້”
ຜູ້ໃຊ້ເຟດບຸກ Muay Sananya Vks ໂພສວ່າ:
ຂ້ອຍໄປຈອດລົດໃນວັດມີໄຊ ລະສິຍ່າງໄປນວດ ສິເອົາລົດໄປລ້າງ ບັງເອີນ ເອື້ອຍລາວຍ່າງມາຫາຂ້ອຍ ລາວວ່າຂໍເຮັດວຽກນຳແດ່ເອື້ອຍ ຂ້ອຍບໍ່ມີເງິນ ເອື້ອຍຖືກຜົວຖິ້ມລະມານອນຢູ່ວັດໄດ້ຫລາຍມື້ແລ້ວ ເພາະບໍ່ມີເງິນກັບບ້ານ ໄປຊອກວຽກຢູ່ໃສໃຜກະບໍ່ຮັບເພາະເປັນແມ່ລູກອ່ອນ ລູກກະບໍ່ມີນົມກິນ ໄດ້ຮ່າຍນ້ຳກ໋ອກໃຫ້ລູກດູດ

ຊີວິດໂຄດລັນທົດລາວວ່າອຸ້ມລູກເລາະຍ່າງປານຫມາ ນອນຢູ່ວັດກະມີຄົນມາຖາມຊື້ລູກລາວ ແຕ່ລາວບໍ່ຂາຍລາວວ່າ ກຣາບຫົວໃຈຄົນເປັນແມ່
ຂ້ອຍກະພາຂຶ້ນລົດມາຮ້ານຂ້ອຍກ່ອນສາ ໄປຊື້ນົມ ພາມາກິນເຂົ້າ ອາບນຳ້ລະສິເອົາເງິນໃຫ້ ໄປສົ່ງຢູ່ຄິວລົດສາຍເຫນືອ ກັບບ້ານໄປຕັ້ງຫລັກກ່ອນລະຄ່ອຍມາຊອກວຽກເຮັດ ຜົວມັນບໍ່ດີກະຢ່າພາລູກໄປຫາມັນອີກເດີ້ ເຈົ້າກັບລູກໂຊກດີແລ້ວທີ່ມາເຈິຂ້ອຍ… ບຸນຂອງລູກເຈົ້າເດີ້ເອື້ອຍ….
