ກັກຕົວຜູ້ກໍ່ເຫດລັກສາຍໄຟຢູ່ເສັ້ນທາງດ່ວນ ວຽງຈັນ-ວັງວຽງ

ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນວ ໄດ້ໃຫ້ຮູ້ວ່າ: ໃນວັນທີ 20 ຕຸລາ 2020, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງນາຊາຍທອງ ໄດ້ສົມທົບກັບອໍານາດການປົກຄອງບ້ານແຈ້ງສະຫວ່າງ ເພື່ອກວດກາ ແລະ ຕິດຕາມເປົ້າໝາຍລັກຊັບຢູ່ເສັ້ນທາງດ່ວນວຽງຈັນ-ວັງວຽງ ເຂດບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນວ, ໄດ້ພົບເຫັນເປົ້າໝາຍລັກຊັບ 1 ຄົນຄື:

ທ້າວ ສີວອນ ອາຍຸ 29 ປີ ອາຊີບ ກໍາມະກອນ ຢູ່ບ້ານແຈ້ງສະຫວ່າງ ນວ ພ້ອມຂອງກາງເຫຼັກເສົາຫຼັກຮົ້ວຂອງເສັ້ນທາງດ່ວນ ຈໍານວນ 3 ເສົາ. ຫຼັງຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ຕ້ອງຫາມາດໍາເນີນຄະດີຕາມກົດໝາຍ.

ແລະ ໃນວັນທີ 7 ທັນວາ 2020 ໄດ້ຮັບແຈ້ງຄວາມຈາກເຈົ້າຂອງໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ ວ່າມີຄົນຮ້າຍມາລັກເອົາສາຍໄຟເຢືອງທາງຍາວ 50 ເມັດ ຢູ່ທາງດ່ວນເຂດບ້ານສີເກີດ.

ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ເຈົ້າໜ້າທີ່ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມເປົ້າໝາຍດັ່ງກ່າວ, ມາຮອດວັນທີ 8 ທັນວາ 2020 ກໍສາມາດກັກຕົວຜູ້ກໍ່ເຫດໄດ້ 1 ຄົນຄື: ທ້າວ ສາວ ອາຍຸ 30 ປີ ອາຊີບ ກຳມະກອນ, ພັກເຊົາຢູ່ບ້ານນາລ່ຽນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ໃຫ້ສາລະພາບວ່າ: ເວລາ 18:00ໂມງ ຂອງວັນທີ 7 ທັນວາ 2020 ຜູ້ກ່ຽວໄດ້ລົງມືກໍເຫດແທ້ ໂດຍນໍາໃຊ້ຄີມຕັດເຫຼັກຕັດສາຍໄຟດັ່ງກ່າວ ແລ້ວໂຄ້ງໃສ່ເປົາເພື່ອຈະປອກອົາເສັ້ນທອງແດງໄປຂາຍ ແຕ່ສຸດທ້າຍຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງໃນຂະນະທີ່ຕົນກຳລັງແບກເປົາດັ່ງກ່າວຫຼົບໜີຢູ່ເຂດບ້ານສີເກີດ ຫ່າງຈາກຈຸດເກັບເງິນ 1 ກິໂລເເມັດ.