ເຫດລົດຈັກລົ້ມເອງເສຍຊີວິດ 1 ລາຍ.
ວັນທີ27/12/2020 ເວລາ 02:43 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກລົ້ມເອງ.

ຈຸດເກີດເຫດແມ່ນບ້ານສະພັງເມິກ(ຫນ້າຮ້ານອາຫານວາກິວ). ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນ:

ເພດຊາຍ ອາຍຸ 25 ປີ ອາຊີບນັກສຶກສາ ບ້ານລາດຂາມງອຍ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນຄາງຫັກ,ບາດເປີດໃຫຍ່ບໍລິເວນຫົວແລະເສຍເລືອຫລາຍ(ເສຍຊີວິດຄາທີ່).

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ນຳສົ່ງສົບຜູ້ເສຍຊີວິດໃຫ້ແກ່ຍາດພີ່ນ້ອງເພື່ອເຮັດພິທີທາງສາສະຫນາ.

ທາງຫນ່ວຍກູ້ໄພມູນນິທິ1623 ຕ້ອງຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ. #ຈຸດດົງໂດກ.

.

.

.

.
