ຊົມເຊີຍພົນລະເມືອງດີ! ພະນັກງານເສີບງານດອງເກັບສາຍແຂນຄໍາໜັກ 3 ບາດ ສົ່ງຄືນເຈົ້າຂອງ

ຜູ່ໃຊ້ເຟສບຸກ Alin St ໄດ້ໂພດເລື່ອງລາວທີ່ປະທັບໃຈໃນວັນທີ່ 26/12/2020 ວ່າ:

ນ້ອງນ້ອຍຄົນນີ້ຄືຄົນດີຂອງສັງຄົມ, ນ້ອງເປັນເດັກກຳພ້າ ເຂົ້າໂຮງຮຽນເດັກກຳ່ພ້າ ຢູ່ບ້ານນາຊາງເມືອງຫລວງພະບາງ(ຈື່ຊື່ນ້ອງບໍ່ໄດ້ແລ້ວ, ເພາະຂ້ອຍດື່ມເບຍໄປຫລາຍ)
ມື້ຄືນນີ້ ນ້ອງໄປເປັນເດັກເສີບນຳ້ກ້ອນໃນງານ ເກັບໄດ້ສາຍແຂນຄຳເຮ່ຍ 3 ບາດ ຢູ່ງານດອງ

(ງານໃກ້ຈະເລີກແລ້ວ ເຈົ້າຂອງສາຍແຂນກໍ່ກັບຮອດບ້ານປ່ຽນເຄື່ອງແລ້ວ, ເມື່ອບໍ່ເຫັນສາຍແຂນ ກໍ່ໄດ້ກັບມາ) ຖາມຂ້ອຍວ່າເຫັນສາຍແຂນເຮ່ຍແດ່ບໍ່? ຂ້ອຍກໍ່ວ່າບໍ່ເຫັນຂ້ອຍກໍ່ໄດ້ໄປເລາະຊອກຊ່ວຍ, ຂ້ອຍໄດ້ຖາມນ້ອງຢູ່ແຖວນັ້ນວ່າ ມີຜູ້ໃດເຫັນສາຍແຂນເຮ່ຍແດ່ບໍ່? ນ້ອງຄົນນີ້ຕອບທັນທີເລີຍວ່າ ເຫັນ ແລະໄດ້ຈົກສາຍແຂນອອກມາຍື່ນໃຫ້ຂ້ອຍ ຂ້ອຍກ່າຮີບແລ່ນໄປບອກເຈົ້າຂອງວ່າເຫັນແລ້ວ

ຕອນນີ້ສາຍແຂນຢູ່ກັບເຈົ້າຂອງແລ້ວ. ເຈົ້າຂອງໄດ້ສົມມະນາຄຸນໃຫ້ນ້ອງ 500000 ກີບ ຫ້າແສນກີບ. ນ້ອງວ່າບໍ່ເອົາວ່າຊັ້ນ ແຕ່ພວກເຮົາກໍ່ ບອກໃຫ້ນ້ອງເກັບໄວ້ຊື້ຂະຫນົມກິນ. ໂອ່ຍຫາໃສໄດ້ອີກນໍຄົນດີໆແນວນີ້ຂໍໃຫ້ນ້ອງມີແຕ່ຄວາມຈະເລີນຮຸ່ງເຮືອງ ກ້າວຫນ້າ.

ທ່ານໃຫ້ຮູ້ຊື່ນ້ອງກໍ່ໂພດບອກແດ່ເດີ.