ຊ່ວຍກົດໄລຣ໌ກົດແຊຣ໌ມ້ຽນຄາບອາບສົບພໍ່ເພັງດ້ວຍ.

ເມຍແລະລູກຫຼານນັ່ງເຝົ້າສົບແຕ່ຄືນນີ້ບໍ່ມີເງິນຊື້ໂລງສົບ……..ຂໍເປີດຮັບບໍລິຈາກ ຄົນລະ10 ພັນ, 20 ພັນກີບ ເພື່ອຊື້ໂລງສົບ ແລະ ຈັດງານສົບໃຫ້ແກ່ພໍ່ ເພັງ ອາຍຸ 56 ປີ, ເປັນຄອບຄົວທຸກຍາກມາຈາກບ້ານ ຫ້ວຍຄາດ, ເມືອງ ງາ, ແຂວງ ອຸດົມໄຊ.

ທີ່ຕ້ອງການຄວາມຊ່ວຍເຫຼືອ. ເຊິ່ງມາປິ່ນປົວຢູ່ໂຮງໝໍມິດຕະພາບ 150 ຕຽງ ແລະ ໄດ້ເສຍຊີວິດດ້ວຍພະຍາດຂອງຜູ້ກ່ຽວເອງ. ແຕ່ບໍ່ມີເງິນພຽງພໍທີ່ຈະນຳສົ່ງສົບກັບບ້ານ ເລີຍທີ່ຈະເລືອກມ້ຽນຄາບອາບສົບຢູ່ນະຄອນຫຼວງວຽງຈັນ.

ດຽວນີ້ສົບຜູ້ກ່ຽວບຳເພັນກຸສົນທີ່ວັດປ່າອຸດົມຜົນ ແລະ ກຽມສົ່ງສະການໃນວັນທີ 27/12/2020 (ວັນອາທິດ) ເວລາ 13:00 ນາທີ ທີ່ປ່າຊ້າບ້ານຫ້ວຍເຕີຍ ຕາມຮີດຄອງປະເພນີເພີນ. ເພີ່ນໄດ້ຊື້ດີນຝັງບໍ່ມີເງິນຊື້ວອນຜູ້ໃຈບຸນທັງຫລາຍຊ່ວຍເຫຼືອເພີນດ້ວຍລາຄາຊື້ດີນຝັງ6.000.000ກີບ.

ທ່ານໃດຍາກຊ່ວຍມ້ຽນຄາບອາບສົບສົງສະການຊື້ໂລງ ແລະ ຊື້ດີນຝັງໃຫ້ແກ່ພໍ່ ເພັງ ອາຍຸ 56 ປີ ຫຼື ຮ່ວມກີນທານນຳສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.  ໂດຍລະບຸການບໍລິຈາກ

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກຄບັນຊີ: LAK010120000993902001.  ເບີໂທຕິດຕໍ່ 020 22441624.

.