ດ່ວນ!!! ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວອາຫານທະເລສົດແລະແຊ່ແຂງທຸກປະເພດທີ່ມາຈາກໄທ

ກະຊວງອຸດສາຫະກໍາ ແລະ ການຄເາ ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລສົດ ແລະ ແຊ່ແຂງທຸກປະເພດຈາກລາຊະອານາຈັກໄທ ເພື່ອປ້ອງກັນການລະບາດຂອງໂຄວິດ-19 ເຂົ້າມາປະເທດລາວ ຫຼັງ ໄທມີການລະບາດຮອບໃໝ່ຢູ່ເຂດຕະຫຼາດຈໍາໜ່າຍອາຫານທະເລ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1194/ອຄ.ກຂອ; ລົງວັນທີ 23 ທັນວາ 2020 ໃຫ້ຮູ້ວ່າ:

ອີງໃສ່ການລະບາດຮອບໃຫມ່ຂອງພະຍາດໂຄວິດ-19 ຢູ່ໃນລາຊະອານາຈັກໄທ ທີ່ພົບເຫັນຢູ່ ເຂດຕະຫຼາດຈໍາຫນ່າຍອາຫານທະເລ ທີ່ມີຄວາມສ່ຽງວ່າພະຍາດໂຄວິດ-19 ອາດເຈືອປົນກັບອາຫານທະເລສົດ ແລະ ແຊ່ແຂງ.

ສະນັ້ນ, ເພື່ອເປັນການສະກັດກັ້ນ, ຄວບຄຸມ ແລະ ຈໍາກັດ ການແຜ່ລະບາດຂອງພະຍາດໂຄວິດ-19. ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ:

1 ຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລ ສົດ ແລະ ແຊ່ແຂງ ທຸກປະເພດ ທີ່ນໍາເຂົ້າມາຈາກ ລາຊະອານາຈັກໄທ.

2 ມາດຕະການຫ້າມນໍາເຂົ້ານີ້ເປັນມາດຕະການຊົ່ວຄາວ ແລະ ຈະມີຜົນສັກສິດນໍາໃຊ້ຈົນກວ່າ ເຈົ້າຫນ້າທີ່ໆກ່ຽວຂ້ອງ ຂອງ ສປປ ລາວ ແລະ ລາຊະອານະຈັກໄທ ຈະສາມາດປຶກສາຫາລືມາດຕະການໃນການກວດສອບ, ຄັດກອງ ແລະ ຢັ້ງຢືນຄວາມປອດໄພຂອງອາຫານທະເລທີ່ສົ່ງອອກມາຈາກ ລາຊະອານາຈັກໄທ ວ່າບໍ່ພົບການເຈືອປົນຂອງ ເຊື້ອພະຍາດ ໂຄວິດ-19.

3 ມອບໃຫ້ ກົມອາຫານ ແລະ ຢາ ເປັນເຈົ້າການ ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ແລະ ລາຊະອານາຈັກໄທ ເພື່ອຮີບຮ້ອນຊອກຫາມາດຕະການແກ້ໄຂ ຕາມທີ່ໄດ້ລະບຸໄວ້ໃນຂໍ້ 2 ຂ້າງເທິງ.

4 ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີແຈ້ງການສະບັບໃຫມ່ປ່ຽນແທນ.

ຂ່າວ: ເສດຖະກິດ-ການຄ້າ