ປະກາດຕາມຫາອ້າຍ! ທ້າວໜູທອງ ຫາຍສາບສູນແຕ່ປີ 1997 ຈົນປານນີ້ບໍ່ຮູ້ວ່າຍັງມີຊີວິດຢູ່ບໍ່

ຈາກຜູ່ໃຊ້ Facebook ຊື່: Pongoy Saipanhya ໄດ້ໂພສວ່າ: ອ້າຍຂ້າພະເຈ້າ.ຊື່ ທ.ໜູທອງ ບ້ານບຸ່ງແກ້ວ ເມືອງສຸຂຸມາ ແຂວງຈຳປາສັກ .ຜູ້ທີ່ຫາຍສາບສູນແຕ່ປີ1997ຊ້ວງເຂ້າພັນສາ ຮອດປະຈຸບັນ ບໍ່ຮູ້ຂ່າວຄ່າວ.
ໃນຂະນະທີ່ລົງເມືອຢາມພໍ່-ແມ່.ຢູ່ບຸ່ງແກ້ວປະມານ2ທິດ.ຂາກັບຂື້ນມາເຊແມ່ນຂ້າມເຮືອນຳເຮືອຮັບ-ສົ່ງບ້ານບຸ່ນໃຫ່ຍ.

ເພື່ອຈະມາຂີ່ລົດມາເຊ.ເພື່ອກັບມາເຮັດວຽກຢູ່ກົມກອງ.ຕາມທີ່ພໍ່ແມ່ທາງບ້ານເຂ້າໃຈ.ຈາກນັ້ນກໍປະມານ22ວັນ.ພໍ່ມາເຊຈິງຮູ້ວ່າເພີ່ນບໍ່ໄດ້ກັບມາເຮັດວຽກຍ້ອນບໍ່ມີໂທລະສັບໂທໃສ່ກັນຄືຄູ່ມື້ຈິ່ງຊ້າຕໍ່ການຕິດຕໍ່.

ຫລື ວ່າໂຕນນຳ້ຕາຍແຕ່ມື້ມາແຕ່ບ້ານ.ຫາກເຈ້າຍັງມີຊີວິດຂອງໃຫ້ສີ່ງສັກສິດນຳເຈ້າກັບຄືນມາຫາ ພໍ່ ຫາອ້າຍ ຫານ້ອງ.ເລື້ອງໜ້າເສ້າໃຈຫລາຍ.ເອົາລົງໄວ້ເບີ່ງ.ເພື່ອວ່າມີບຸນ.ມີຄົນເຫັນເພີ່ນບອກຂ່າວ.ຝາກແຊໃຫ້ແດ່ເດີພີ່ນ້ອງ.ເບີຕິດຕໍ່:020 28067744

ແນວໃດທີມງານ ສື່ລາວ ຂອງພວກເຮົາ ຂໍເປັນກະບອກສຽງໜຶ່ງໃນການໂຄສະນາຊ່ວຍ ຂໍໃຫ້ພົບເຫັນດ້ວຍໄວ້.