ຊາຍດຽວໃນໂລກມີເມຍເກືອບ 40ຄົນ ແລະ ມີລູກເກືອບ 100ຄົຍແຕ່ຍັງບໍ່ພໍ.

ເມື່ອກ່າວເຖິງຜູ້ຊາຍມີເມຍຫຼາຍຄົນ ແມ່ຍິງທັງຫຼາຍກໍ່ຂອງຂຶ້ນທັນທີໂລດແລ ຈິ່ງມີຄຳເວົ້າວ່າ ເສຍເງິນເທົ່າຫົວບໍ່ຍອມເສຍຜົວໃຫ້ໃຜ ແບ່ງຫຍັງແບ່ງໄດ້ແຕ່ແບ່ງຜົວບໍໄດ້ແນ່ນອນ ຜົວໃຜໃຜກໍ່ຫວງແມ່ນບໍລະ ແຕ່ກັບຜູ້ຊາຍຄົນນີ້ພັດເອົາເມຍຕັ້ງ 39 ຄົນມາຢູ່ນຳກັນປຸກເຮືອນຕໍ່ແຖວຍາວຢຽດ ໃຫ້ກຳເນີດລູກຫຼານນັບໆຮ້ອຍຄົນລະ ແລະຍັງບໍ່ຢຸດພຽງເທົ່ານີ້.

ຜູ້ຊາຍຄົນນີ້ມີຄວາມຫຼໍ່ເຫຼົາເປັນພິເສດບໍ່ແມ່ນແອັດເວົ້າແຕ່ເປັນການໃຫ້ສຳພາດຂອງບັນດາເມຍໆຂອງເພິ່ນເອງວ່າລາວ ຫຼໍ່ທີ່ສຸດໃນໆູ່ບ້ານເລີຍ ວ້າວໆເຫດນີ້ໆເອງທີ່ເຮັດໃຫ້ຊາຍທີ່ມີອາຍຸຫຼາຍແລ້ວຕ້ອງມີເມຍຫຼາຍລຸ້ນມາຮ່ວມຊາຄາດຽວກັນເຖິງ 39 ຄົນ ແລະມີລູກໃຫ້ລາວໄດ້ 94 ຄົນ ແຖມຫຼານອີກ 33 ຄົນ ເມື່ອລວມລູກໃພ້ແລ້ວຄອບຄົວນີ້ຈະມາສະມາຊິກທັງໝົດ 181 ຄົນ

ພວກເພິ່ນທັງໝົດອາໄສໃນເຮືອນທີ່ກໍ່ຂຶ້ນເປັນຫຼາຍຊັ້ນເທິງພູແຫ່ງໜຶ່ງຂອງບ້ານຕະວັງ ລັດໂຊຣັມ ພາກຕາເວັນອອດສຽງເໜືອຂອງປະເທດອິນເດຍ.

ຜູ້ຊາຍທີ່ຫຼໍ່ທີ່ສຸດຄົນນີ້ມີຊື່ວ່າ ຊະນາກ ເຊິ່ງລາວກ່າວວ່າ: ທຸກວັນນີ້ຂ້ອຍຮູ້ສຶກເປັນບຸກຄົນພິເສດຂອງພະເຈົ້າ ເພາະພະເຈົ້າສົ່ງຜູ້ຄົນຕັ້ງຫຼວງຫຼາຍມາໃຫ້ຂ້ອຍດູແລ ຂ້ອຍຮູ້ສຶກໂຊກດີຫຼາຍທີ່ມີເມຍມາຮ່ວມຊີວິດນຳເຖິງ 39 ຄົນ ແລະມີຄອບຄົວທີ່ໃຫຍ່ທີ່ສຸດໃນໂລກ.

ທ້າວ ຊະນາກຍັງກ່າວອີກວ່າ ຕົນນັບຖືລັດທິສະໜັບສະນູນການຂະຫຍາຍຄອບຄົວ ດັ່ງນັ້ນເຄີຍມີປີໜຶ່ງຕົນແຕ່ງເມຍໄດ້ທັງໝົດ 10 ຄົນ ແລະຕອນນີ້ເຖິງຈະມີ 39 ຄົນແລ້ວແຕ່ຍັງບໍ່ຢຸດພຽງເທົ່ານີ້ ຍັງຈະແນມຫາເນື້ອຄູ່ຄົນຕໍ່ໄປເລື້ອຍໆ.

ດ້ານນາງ ຣິນຄະມິນີ ເມຍຄົນໜຶ່ງຂອງລາວອາຍຸ 35 ປິກ່າວວ່າ: ເຖິງຈະແຕ່ງມາຢູ່ກັນຫຼາຍຄົນແຕ່ເມຍທຸກຄົນລ້ວນຄອຍໃຫ້ການດູແລເບິ່ງແຍງຜົວຢ່ສງດີທີ່ສຸດເພາະລາວເປັນຄົນທີ່ສຸກຄັນທີ່ສຸດຂອງຄອບຄົວ ແລະ ເປັນຊາຍທີ່ຫຼໍ່ທີ່ສຸດໃນໝູ່ບ້ານ ສຳລັບຕົນແມ່ນໄດ້ພົບກັບຜົວຄົນນີ້ຄັ້ງທຳອິດເມື່ອ 18ປີກ່ອນ ຕອນແລ່ນຫຼິ້ນໃນໝູ່ບ້ານຈາກນັ້ນຜົວເຫັນຕົນລາວກໍ່ສົ່ງຈົດໝາຍມາຂໍແຕ່ງງານເລີຍ.

ສຳລັບກິດຈະກຳຂອງຄອບຄົວນີ້ຄື ອາໄສຫຼັກການແບບກອງທັບໂດຍເມຍຄົນທຳອິດເປັນຜູ້ຂັດການດູແລເຮືອນບໍ່ວ່າລ້າງຖ້ວຍ, ຊັກເຄື່ອງ, ຫຸງເຂົ້າ ແລະຫາອາຫານໃຫ້ຄອບຄົວກິນຕອນແລງ ຕ້ອງໃຊ້ໄກ່ຢ່າງໜ້ອຍມື້ລະ 30 ໂຕ ແລະຕ້ອງມີໜ່ວຍປອກມັນຝຣັ່ງ ແລະໜ່ວຍງານຫຸງເຂົ້າເປັນປະຈຳ.

ເອົາມາໃຫ້ອ່ານເດີ້ບັນດາທ່ານຊາຍ ຢ່າເອົາຫຼາຍຫາເຫົາໃສ່ຫົວນີ້ຄືເລື່ອງອ/ຂອງເຂົາສ່ວນຊີວິດເຮົາອາດບໍ່ລາລື່ນດັ່ງຊາຍຄົນນີ້ ເປັນວ່າໜຶ່ງດຽວດີສຸດຕາມກົດໝາຍຄອບຄົວກຳນົດໄວ້.