ຈີນສາມາດຊ່ວຍປະເທດດ້ອຍພັດທະນາໃຫ້ມີວັກຊີນແລະນຳໃຊ້ວັກຊີນປ້ອງກັນໂຄວິດ-19
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 15 ທັນວານີ້, ທ່ານ ຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ສຳລັບປະເທດດ້ອຍພັດທະນາຫຼືປະເທດພວມພັດທະນາຈຳນວນໜຶ່ງ, ຈີນສາມາດຊ່ວຍປະເທດເຫຼົ່ານີ້ໃຫ້ສາມາດມີວັກຊີນແລະນຳໃຊ້ຢາວັກຊີນກັນພະຍາດໂຄວິດ-19 ໂດຍຜ່ານວິທີການຊ່ວຍເຫຼືອແລະວິທີອື່ນໆ.

ທ່ານ ຫວ່າງເຫວີນປິ່ນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ວິສາຫະກິດຜະລິດຢາວັກຊີນຂອງຈີນພວມພະຍາຍາມສຸດຂີດເພື່ອຊຸກຍູ້ການຄົ້ນຄວ້າແລະການຜະລິດວັກຊີນ, ຢາວັກຊີນຫຼາຍຊະນິດໄດ້ເຂົ້າສູ່ການທົດລອງທາງຄິລນິກໄລຍະ 3, ລັດຖະບານຈີນໄດ້ໃຫ້ການສະໜັບສະໜູນວິສາຫະກິດຈີນດຳເນີນການຮ່ວມມືດ້ານການຄົ້ນຄວ້າຜະລິດວັກຊີນກັບບັນດາປະເທດໃນໂລກຢ່າງຕັ້ງໜ້າມາໂດຍຕະຫຼອດ.
ໃນຮູບແບບຫຼາຍຝ່າຍ, ຈີນໄດ້ຮັກສາການຕິດຕໍ່ພົວພັນແລະການປະສານງານທີ່ແໜ້ນແຟ້ນກັບອົງການອະນາໄມໂລກແລະສະຫະພັນວັກຊີນແລະພູມຕ້ານທານໂລກມາໂດຍຕະຫຼອດ.

ທ່ານ ຫວ່າງເຫວີນປິ່ນ ຊີ້ໃຫ້ເຫັນວ່າ: ໃນຕໍ່ໜ້າ, ລັດຖະບານຈີນຈະສືບຕໍ່ພະຍາຍາມຮ່ວມກັບປະຊາຄົມໂລກ,ເພື່ອປະກອບສ່ວນຂອງຕົນເຂົ້າໃນການຮັບປະກັນໃຫ້ປະເທດທັງໝົດລ້ວນແຕ່ມີໂອກາດທີ່ເທົ່າທຽມກັນທີ່ຈະໄດ້ຮັບວັກຊີນທີ່ປອດໄພແລະມີປະສິດທິຜົນ.