ໝາກຂາມປ້ອມສັບພະຄຸນຕ້ານມະເຮັງບໍາລຸງຕັບ

ໝາກຂາມປ້ອມເປັນໝາກໄມ້ທີ່ມີລົດຊາດສົ້ມຝາດ ເມື່ອກິນເຂົ້າໄປແລ້ວຈະເປັນຫວານໆໃນຄໍ. ສໍາລັບໃຜທີ່ມັກກິນຢູ່ແລ້ວນັບວ່າເປັນການດີ ເພາະໝາກຂາມປ້ອມມີສັບພະຄຸນຕໍ່ຮ່າງກາຍຂອງເຮົາຫຼາຍຢ່າງ ສ່ວນຄົນທີ່ບໍ່ມັກກິນກໍ່ລອງໆປ່ຽນມາກິນເບິ່ງ ເພາະໝາກຂາມປ້ອມສາມາດບໍາລຸງຕັບ ແລະ ມີສານທີ່ຕ້ານໂລກມະເຮັງໄດ້, ນອກຈາກນັ້ນຍັງຊ່ວຍຫຼຸດຄວາມດັນ ຕ້ານການເກີດແຜໃນກະເພາະອາຫານ

ໝາກຂາມປ້ອມເປັນໝາກໄມ້ທີ່ມີວິຕາມິນຊີສູງ ເປັນແຫຼ່ງລວມທາດເຫຼັກໄດ້ດີ ບອກເລີຍວ່າໃຜທີ່ຕ້ອງການຄວບຄຸມອາຫານໂດຍສະເພາະສາວໆ ແນະນໍາໃຫ້ກິນໝາກຂາມປ້ອມເລີຍ ທີ່ສຳຄັນໝາກຂາມປ້ອມສາມາດເກັບໄວ້ບ່ອນແຫ້ງ ຫຼື ເຢັນເປັນເວລາດົນໆໄດ້ ຊື້ມາເກັບໄວ້ກິນແບບບໍ່ຕ້ອງຢ້ານເນົ່າ.