ປູກດອກໄມ້ 4 ຊະນິດນີ້ໄວ້ເຮືອນ ຈະມີແຕ່ໂຊກລາບ ແລະ ຄວາມຈະເລີນ

ເຄີຍໄດ້ຍິນ ແລະ ຮູ້ມາບໍ່ວ່າ ຕາມຄວາມເຊື່ອຖືຂອງໃຜລາວກ່ຽວກັບການປູກຕົ້ນໄມ້ມຸງຄຸນທີ່ເປັນຜົນດີຕໍ່ຄົນພາຍໃນບ້ານ, ຮ້ານຄ້າ, ເຮືອນນັ້ນຈະມີແຕ່ຄວາມສຸກຄວາມຈະເລີນ, ຊື້ໄດ້ຂາຍໝານ, ມີແຕ່ໂຊກລາບ ສຸຂະພາບແຂງແຮງຕ່າງໆ … ເຊິ່ງຕາມຄວາເຊື່ອຖືຂອງຄົນສ່ວນຫຼາຍແລ້ວຕໍ່ກັບການປູກຕົ້ນໄມ້, ດອກໄມ້ທີ່ເປັນມຸງຄຸນມີຢູ່ 4 ຊະນິດດ້ວຍກັນຄື

ຕົ້ນໃບເງິນ ໃບຄຳ: ນິຍົມນຳມາປູກຫຼາຍ ເຊິ່ງນິຍາມຂອງມັນນັ້ນໝາຍເຖິງການເຮັດບຸນ, ເຮັດທານ, ກະທຳຄວາມດີ. ດັ່ງນັ້ນ, ຊາວບ້ານສ່ວນໃຫຍ່ ຈຶ່ງເຊື່ອວ່າ ຫາກປູກຕົ້ນໄມ້ປະເພດນີ້ ຂະຊ່ວຍໃຫ້ທຸກຄົນພາຍໃນເຮືອນມີຄວາມສະຫງົບສຸກ, ປາສະຈາກໄພອັນຕະລາຍຕ່າງໆ.

ດອກແກ້ວ: ເປັນຕົ້ນໄມ້ມຸງຄຸນ ທີ່ຄົນນິຍົມນຳໄປປູກ ເພື່ອຄວາມເປັນສິລິມຸງຄຸນພາຍໃນບ້ານເຮືອນ ເຊິ່ງໃນຄວາມເຊື່ອບູຮານຖືກັນວ່າ ຄຳວ່າແກ້ວ ແມ່ນບົ່ງບອກຄວາມສູງສົ່ງ ດັ່ງແກ້ວທີ່ມີຄ່າ ເຮັດໃຫ້ມີຄົນນຳເອົາດອກແກ້ວມາປູກຫຼວງຫຼາຍພາຍໃນບ້ານເຮືອນຂອງຕົນເອງ ເພາະຈະເຮັດໃຫ້ຈິດໃຈໃສບໍລິສຸດນັ້ນເອງ.

ຕົ້ນດອກເສດຖີ: ຕາມຄວາມເຊື່ອບູຮານວ່າກັນວ່າ ຫາກປູກຕົ້ນເສດຖີຢູ່ໜ້າບ້ານ ຈະຮຽກໂຊກລາບ, ເງິນທອງ, ບາລະມີ ແລະ ຄວາມຜາສຸກມາສູ່ທຸກຄົນພາຍໃນບ້ານນັ້ນເອງ.

ດອກດາວເຮືອງ: ສີເຫຼືອງສະຫວ່າງງາມຕາ ຫາກປູກໄວ້ບໍລິເວນບ້ານເຮືອນ ຈະຊ່ວຍເສີມບາລະມີ ໃຫ້ມີຄວາມກ້າວໜ້າ, ຈະເລີນຮຸ່ງເຮືຶອງ ມີເງິນ, ມີຄຳ ໄຫຼມາເທມາດັ່ງກີບດອກນ້ອຍໆ ສີເຫຼືອງຕາມດອກດາວເຮືອງນັ້ນເອງ.