ຂໍຄວາມຊ່ວຍເຫຼືອ ຜູ້ໃຈບຸນຊ່ວຍ ທ້າວ ປ້ອມ ປະສົບອຸບັດເຫດ ກະແສໄຟຟ້າຕໍາ ເຮັດໃຫ້ໄດ້ຕັດແຂນສອງຂ້າງ

ຂໍຄວາມຊ່ວຍເຫຼືອແນ່ເດີ້ໃຜໃຈບຸນ ມີນໍ້າຈິດນໍ້າໃຈຊ່ວຍເນື່ອງຈາກວ່າ: ທ້າວ ປ້ອມ ໄດ້ປະສົບອຸບັດເຫດ ຖືກກະແສໄຟຟ້າຕໍາ ຈຶ່ງເກິດເຫດໄດ້ຕັດແຂນທັງສອງຂ້າງຂໍພື້ນທີ່ນີ້

ໃຫ້ໂອກາດຄົນທີ່ມີນໍ້າຈິດນໍ້າໃຈຢາກຊ່ວຍເຫຼືອເພື່ອນມະນຸດນຳກັນຕາມເຫັນສົມຄວນ ເພາະທາງຄອບຄົວກ່ໍຂາດເຂີນກຳລັງຊັບ ແລະ ກໍຍັງບໍ່ມີກຳນົດໃຫ້ກັບບ້ານເທຶ່ອ ທາງແພດໝໍເພີ່ນໃຫ້ຕິດຕາມຍ່າງໃກ້ຊິດເພາະບາດແຜຍັງບໍ່ທັນໄດ້ເທື່ອ ຈຶ່ງໂພສຜ່ານເຟສມາເຖິງບັນດາໝູ່ຄູ່ຊ່ວຍເຫຼືອກັນຜູ້ລະເລັກລະໜ້ອຍແລ້ວແຕ່ນໍ້າໃຈຂອງແຕ່ລະຄົນເດີ້ ສາມາດ

ໂອນໄດ້ທີ່ເລກບັນຊີການຄ້າຂອງລາວໂດຍກົງເລີຍເດີ້ 150120001809434001POME KEOBOUNMY.ມື້ນີ້ໄດ້ມີໂອກາດໄປຢ້ຽມ ທາງເຮົາກໍໄດ້ຊ່ວຍໄປແລ້ວໜ້ອຍໜຶ່ງແຕ່ກໍຍັງ

ບໍ່ພຽງພໍ, ເຫັນແລ້ວກະອົດທີ່ຈະໂພສບໍ່ໄດ້ ເຈົ້າເປັນຄົນເຂັ້ມແຂງຫຼາຍ ຕອນທີ່ເຫັນໜ້າຄິດວ່າຈະຫຼັ່ງນໍ້າຕາໃສ່ກັນ ແຕ່ເຈົ້າກັບບອກວ່າ“ບໍ່ເປັນຫຍັງມັນເກີດຂຶ້ນແລ້ວ ໜີກ່ໍໜີ

ບໍ່ໄດ້ ກັບໄປແກ້ໄຂກ່ໍແກ້ໄຂບໍ່ໄດ້ ມີແຕ່ສູ້ຕໍ່ໄປ” ເຮົາທຸກຄົນທີ່ໄປມື້ນີ້ ກະຮູ້ຈັກກັນຈາກການເຮັດອອນລາຍນຳກັນເຖິງບໍ່ແມ່ນຄົນໃນຄອບຄົວແທ້ໆ ແຕ່ວ່າຈັງໃດກ່ໍຂໍເປັນກຳລັງ

ໃຈໃຫ້ເຊົາໄວໆ ມີຈິດໃຈທີ່ເຂັ້ມແຂງຂຶ້ນ ທຸກຄົນຄອຍຫ່ວງໃຍ ແລະເປັນກຳລັງໃຈໃຫ້ເຈົ້າສະເຫມີ ສູ້ໆ ສຸດທ້າຍນີ້ ຂໍໂອກາດຂອບໃຈທຸກຄົນທີ່ມີນໍ້າໃຈຊ່ວຍເຫຼືອປ້ອມເດີ້ ຂໍຂອບໃຈແທນລາວ ເຖິງວ່າລາວຈະບໍ່ມີມືມາພິມຕອບຂອບໃຈທຸກຄົນແລ້ວ ແຕ່ທຸກໆການຊ່ວຍເຫຼືອລາວຊາບຊຶ້ງ ແລະຈື່ຈຳແນ່ນອນ