ສປປ ລາວ ອາດມີຄວາມສ່ຽງ ທີ່ຈະເກີດການແຜ່ລະບາດ ໂຄວິດ-19 ຮອບ 2

ປັດຈຸບັນລັດຖະບານ ກໍ​ຄື ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດ​ຂອງ​ພະຍາດ​ ໂຄ​ວິດ-19 ​ໄດ້​​ຜ່ອນຜັນບາງ​ມາດ​ຕະການ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມຫາກ​ປະຊາ ຊົນລາວ​ບັນ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຍັງ​ບໍ່​ເຂັ້ມ​ງວດ ປະຕິບັດບາງ​ມາດ​ຕະການ ປ້ອງ​ກັນ​ການ​ຕິດ​ເຊື້ອພະຍາດ ​ໂຄ​ວິດ-19 ​ຕາມ​ຄຳ​ແນະນຳທີ່​ທາງ​ ຄະນະ​ສະ​ເພາະ​ກິດ​ວາງ​ອອກ ຢ່າງ​ຈິງ​ຈັງ ສປປ ລາວ ອາດ​ມີ​ຄວາມ​ສ່ຽງ ທີ່​ຈະ​ເກີດ​ການລະບາດ ​ຂອງ​ພະຍາດ​ໂຄ​ວິດ-19 ຮອບ 2.
ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານ ​ໃນ​ພິທີ​ຖະ​ແຫລ​ງຂ່າວ ໃນວັນທີ 26 ພຶດສະພາ 2020 ນີ້ວ່າ: ປັດຈຸບັນ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອພະຍາດ ໂຄວີດ-19​ ​​ເພີ່ມ ຕິດຕໍ່ກັນ ເປັນເວລາ 44 ມື້, ​ເຊິ່ງວັນ​ທີ 25 ພຶດສະພາ ໄດ້ເກັບຕົວຢ່າງມາກວດທັງໝົດ 60 ຄົນ ​ເຫັນ​ວ່າບໍ່​ພົບ​ເຊື້ອ. ​ໃນ​ຂະນະ​ທີ່ບາງ​ປະ​ເທດ​ໃນ​ກຸ່ມ​ອາຊຽນ ​ມາ​ຮອດ​ເວລາ 6 ​ໂມງ​ເຊົ້າ ​ຂອງ​ວັນ​ທີ 26 ພຶດສະພາ ມີ​ການ​ຢັ້ງຢືນ​ຜູ້​ຕິດ​ເຊື້ອ​ ໂຄ​ວິດ-19 ທັງໝົດ80.298 ຄົນ, ​ເພີ່ມ​ໃໝ່ 1.284 ຄົນ, ​ເສຍ​ຊີວິດ 2.466 ຄົນ, ​ຍັງ​ມີບາງ​ປະ​ເທດ ທີ່​ມີ​ອັດຕາ​ການ​ຕິ​ດ​ເຊື້ອ​ໃໝ່ສູງ​ເຖິງ 479 ຄົນ​ຕໍ່​ມື້.

ທ່ານ ​​ຣັດຕະນະ​ໄຊ ​ເພັດ​ສຸວັນ ຍັງ​ຮຽກຮ້ອງ​ໃຫ້ ປະຊາຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ປະຕິບັດຕາມແຈ້ງການເລກທີ 580/ຫສນຍ ກ່ຽວກັບການຜ່ອນຜັນ ມາດຕະການຕ່າງໆ ​ເຊິ່ງເປັນໂອກາດໃຫ້ພາກທຸລະກິດ ກໍ່ຄື ພໍ່ແມ່ປະຊາຊົນ ບັນດາເຜົ່າ ພະນັກງານ, ທະຫານ, ຕໍາຫລວດ ໃຫ້ກັບຄືນມາດໍາເນີນຊີວິດແບບປົກກະຕິ, ກິດຈະການກັບຄືນສູ່ ສະພາບເດີມ ເທື່ອລະກ້າວ ໃນນັ້ນພວກເຮົາຈະຕ້ອງ ໄດ້ປະຕິບັດຄວາມຊີນເຄີຍແບບໃໝ່ ​ເປັນ​ຕົ້ນ ການປະຕິບັດ ໄລຍະຫ່າງທາງສັງຄົມ, ບໍ່ໃຫ້ມີການແອອັດ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍ ໃນການດຳລົງຊີວິດປະຈຳວັນ ເພື່ອ​ແນ​ໃສ່​ບໍ່​ໃຫ້ພະຍາດ​ນີ້​ ກັບ​ຄືນ​ມາລະບາດອີກ​ເປັນຮອບທີ່​ສອງ.

ຂ່າວ: ກິດ​ຕາ ຂປລ

ພາບ: ​ເກດສະໜາ