ສ້າງຄວາມເຂົ້າໃຈກ່ຽວກັບໂຄງສ້າງລາຄາໄຟຟ້າໃໝ່ ທີ່ເມືອງຍົມມະລາດ
ໃນວັນທີ 21 ພຶດສະພາ 2020, ຫ້ອງວ່າການເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ ແຈ້ງການຕ່າງໆກ່ຽວກັບ ການປັບປຸງໂຄງສ້າງ ລາຄາໄຟຟ້າໃຫມ່ ໃຫ້ແກ່ພະນັກງານຫລັກແຫລ່ງອອ້ມຂ້າງເມືອງຍົມມະລາດ, ຫ້ອງການຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ລວມທັງຄະນະສູນບໍລິການໄຟຟ້າລາວ ພ້ອມດ້ວຍພະນັກງານເກັບ ເງິນ-ຈົດເລກໄຟປະຈຳເມືອງ ມີຜູ້ເຂົ້າຮ່ວມທັງໝົດ 37 ທ່ານ. ໂດຍໂຄງສ້າງລາຄາໄຟຟ້າໃໝ່ນີ້ ແມ່ນຈະເລີ່ມປະຕິບັດນັບແຕ່ເດືອນ ພຶດສະພາ 2020 ຫາ ເດືອນທັນວາ 2025.

ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ເປັນເອກະພາບ ໃນວຽກງານໂຄສະນາປະຊາສຳພັນ ໃຫ້ສັງຄົມປະຊາຊົນຜູ້ໃຊ້ໄຟ ໄດ້ເຂົ້າໃຈຕໍ່ການປັບປຸງ ລາຄາໄຟຟ້າໃໝ່ ຊຶ່ງໄດ້ເນັ້ນອະທິບາຍ ສົນທະນາກ່ຽວກັບຫົວໝ່ວຍລາຄາໄຟຟ້າໃໝ່ ພາກທີ່ຢູ່ອາໄສ ທີ່ມີລາຄາດຽວຄື: 710 ກີບ ຕໍ່ກິໂລວັດໂມງ. ແຕ່ລັດຖະບານ ໄດ້ມີນະໂຍບາຍໃຫ້ຜູ້ທີ່ໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດໂມງ ແມ່ນຈະໄດ້ຮັບຄິດໄລ່ຫລຸດ 50% ຄື: 355 ກີບ ຕໍ່ກິໂລວັດໂມງ. ລັດວິສາຫະກິດໄຟຟ້າລາວ ສາຂາ ຄຳມ່ວນ ໄດ້ຜ່ານແຈ້ງການສະບັບເລກທີ 1213/ພບ ລົງວັນທີ 08 ພຶດສະພາ 2020 ກ່ຽວກັບການຜ່ອນຜັນ ຫລຸດລາຄາໄຟຟ້າໃຫ້ພາກສັງຄົມ ແລະ ທຸລະກິດ ເພື່ອຫລຸດຜ່ອນຜົນກະທົບ ຈາກການແຜ່ລະບາດຈາກພະຍາດ Covid-19 ໃນໄລຍະສັ້ນ ແລະ ໄລຍະຍາວ. ລັດວິສາຫະກິດໄຟຟ້າລາວ ຂາສາ ແຂວງຄຳມ່ວນ ໄດ້ແຈ້ງໃຫ້ທີ່ປະຊຸມຮັບຊາບ ກ່ຽວກັບວຽກງານເກັບເງິນ ຄ່າກະແສໄຟຟ້າ ແລະ ໂຕເລກໝີ້ສິນຕ່າງໆ ພາຍໃນເມືອງຍົມມະລາດ ຊຶ່ງທາງເມືອງເຫັນດີ ຈະຊ່ວຍປຸກລະດົມ, ຊຸກຍູ້ໃຫ້ທວງທັນກັບເວລາ.
ລັດວະສາຫະກິດໄຟຟ້າລາວ ສາຂາ ແຂວງຄຳມ່ວນ ໄດ້ແຈ້ງໃຫ້ທີ່ປະຊຸມຊາບວ່າ: ຖ້າຫາກຜູ້ໃຊ້ໄຟມີຂໍ້ຂ້ອງໃຈ ສາມາດເຂົ້າມາພົວພັນ ໄດ້ໃນສູນບໍລິການໄຟຟ້າ ປະຈຳເມືອງ ຫຼື ໂທສາຍດ່ວນ 051 1199 ພ້ອມທີ່ຈະກວດກາຄືນ ແລະ ແກ້ໄຂຕາມຄວາມເປັນຈິງ.
ຂ່າວ: ຄໍາພູວາ