ອັບເດດເຫດການຫຼ້າສຸດ! ນັກຮຽນເກືອບ 20ຄົນຖືກຫາມເຂົ້າວັດ ຕອນນີ້ຈົວຜູ້ໂພສເລື່ອງດັ່ງກ່າວລົບຄລິບແລ້ວ

ໃນຊ່ວງເຊົ້າຂອງມື້ນີ້ ວັນທີ 15 ທັນວາ 2020 ເກິີດມີຄລິບເຫດການສຸດແປກປະຫຼາດເກີດຂຶ້ນກັບເດັກນ້ອຍ 10ກວ່າຄົນຢູ່ໂຮງຮຽນແຫ່ງໜຶ່ງທີ່ແຂວງຈໍາປາສັກ ໄດ້ເຜີຍແຜ່ອອກມາຜ່ານໂຊຊຽວ ແລະ ມີຊາວເນັດທັງຫຼາຍເຂົ້າໄປສະແດງຄວາມເຫັນ ວິພາກວິຈານໄປຕ່າງໆນາໆ.

ເຊິ່ງຄລິບເຫດການທີ່ຖືກເຜີຍແຜ່ອອກໄປນັ້ນ ແມ່ນມາຈາກຜູ້ໃຊ້ເຟສບຸກເປັນຈົວອົງໜຶ່ງທີ່ຜີຍແຜ່ຄລິບ ພ້ອມລະບຸຂໍ້ຄວາມໄວ້ວ່: ສົງສານລູກຫຼານເດ ນໍ້າຕາຈະໄຫຼທີ່ເຫັນລຸ້ນນ້ອງທີ່ເຄີຍຮຽນໂຮງຮຽນດຽວກັນກັບຈົວ ຕ້ອງມາເປັນແບບນີ້, ເປັນບາດດຽວຈາກສິ່ງທີ່ແນມບໍ່ເຫັນ ພໍດີ 10ກວ່າຄົນ ເກືອບເຖິງ 20 ຄົນໃນໂຮງຮຽນ.

ຕອນນີ້ ນ້ອງໆ ກໍາລັງມາຫາອາຈານຢູ່ວັດ ທີ່ວັດບ້ານດອນຫວາຍ ເມືອງສຸຂຸມາ ແຂວງຈໍາປາສັກ  ພ້ອມລະບຸວ່າເຄີຍເປັນມາແຕ່ປີ 2015 ແຕ່ປີນີ້ເປັນແຮງສຸດໆ.

ຫຼ້າສຸດ ເວລາຜ່ານໄປບໍ່ພໍເທົ່າໃດຊົ່ວໂມງ ຈົວອົງດັ່ງກ່າວກໍ່ລົບຄລິບເຫດການທີ່ເກີດຂຶ້ນ ພ້ອມມາໂພສຂໍ້ຄວາມບອກຂ່າວແທນວ່າ ນ້ອງໆໄຄແນ່ໝົດທຸກຄົນລະເດີ້  ທີ່ເອົສເຂົ້າມາວັດ, ຈົວເລີຍລົບຄລິບອອກ ຂອບໃຈທຸກຄົນທີ່ເປັນຫ່ວງນ້ອງໆ.

ນອກຈາກນີ້ ຈົວຍັງໄປຄອມເມັ້ນຕອບຊາວເນັດໃນໂພສດັ່ງກ່າວອີກວ່າ: ຈົວບໍ່ໄດ້ຕ້ອງການຍອດແຊ ພຽງແຕ່ມີເຫດຜົນບາງຢ່າງຈັ່ງໂພສລົງ ເພາະຈົວເຫັນເປັນແບບນີ້ຫຼາຍເທື່ອລະ ສົງສານລຸ້ນນ້ອງ ຢາກໃຫ້ເຂົາແກ້ໄຂ.