ກອງພັນໃຫຍ່ 11 ນຳພາທະຫານໃໝ່ເຄື່ອນທັບອົບຮົມ-ຫັດແອບຍິງລູກປືນແທ້

ວັນທີ 19 ພຶດສະພາ 2020 ນີ້, ກອງພັນໃຫຍ່ 11 ໄດ້ນຳພາ ກຳລັງທະຫານໃໝ່ເຄື່ອນທັບ ເພື່ອອົບຮົມ-ຫັດແອບຍິງລູກປືນ ແທ້ ໂດຍພາຍໃຕ້ການຊີ້ນຳຂອງ ສະຫາຍ ພັນໂທ ຄຳສຸກ ອິນທະ ພອນ ຄະນະພັກ ຫົວໜ້າພະແນກ ເສນາທິການ, ພ້ອມຄະນະພັກ-ຄະນະບັນຊາ, ອ້າຍນ້ອງທະຫານ ໃໝ່ເຂົ້າຮ່ວມ.

ຈຸດປະສົງໃນການເຝິກແອບ ເຄື່ອນທັບໃນຄັ້ງນີ້ເພື່ອແນໃສ່ໃຫ້ ກຳລັງທະຫານໃໝ່ເຊື່ອມຊຶມ-ເຂົ້າໃຈຢ່າງເລິກເຊິ່ງກັບຄວາມ ສຳຄັນຂອງວຽກງານອົບຮົມ-ຫັດແອບສິລະປະຍຸດທະຫານ ຮາບ, ຄວາມຮູ້ພື້ນຖານວຽກງານ ພັກ-ວຽກງານການເມືອງໃນສະ ພາວະຕ່າງໆ, ວຽກງານພະລາ ທິການຮັບໃຊ້ວຽກງານສູ້ຮົບ, ວຽກງານເຕັກນິກ, ອົບຮົມ 5 ເຕັກນິກການແພດ, ອົບຮົມທິດ ສະດີຫຼັກການວິທີນຳໃຊ້ອາວຸດ ໃຫ້ມີຄວາມຊຳນິຊຳນານພ້ອມ ທັງຍົກລະດັບຄວາມຮູ້-ຄວາມ ສາມາດກຽມພ້ອມເຮັດສຳເລັດ ໜ້າທີ່ການເມືອງໃຫ້ໄດ້ຮັບໝາກ ຜົນສູງ ພ້ອມທັງຊຸກຍູ້ຂະບວນ ການຈັດຕັ້ງປະຕິບັດຂໍ້ກຳນົດກົດ ລະບຽບແບບແຜນວິທີເຮັດວຽກ ເຝິກຝົນຫຼໍ່ຫຼອມ ແລະ ທົດສອບ ກຳລັງແຮງກາຍແຮງໃຈ, ຄວາມ ສາມັກຄີໃຫ້ເປັນປຶກແຜ່ນກຽມ ພ້ອມຮັບໃຊ້ຊາດກໍຄື ກຳລັງປະ ກອບອາວຸດໃຫ້ມີຄວາມເຂັ້ມ ແຂງ, ການເຄື່ອນທັບໃນຄັ້ງນີ້ ໄດ້ສ້າງກໍລະນີຫຼາຍຮູບແບບເພື່ອ ເຮັດໃຫ້ແຕ່ລະສະຫາຍຍົກສະຕິ ລະວັງຕົວ, ມີໄຫວພິບອາໄສພູມີ ປະເທດ ພ້ອມທັງຮັບປະກັນໃຫ້ ຄວາມປອດໄພ 100% ຮອດທີ່ ໝາຍຖືກຕ້ອງຕາມເວລາທີ່ກຳ ນົດໄວ້. ສະຫາຍ ພັນໂທ ຄຳສຸກ ອິທະ ພອນ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ແກ່ກຳລັງທະຫານໃໝ່ທີ່ຮ່ວມ ເຄື່ອນທັບໃນຄັ້ງນີ້ເອົາໃສ່ຕັ້ງໜ້າ ຫັດແອບເຝິກຝົນຕົນເອງໃຫ້ມີ ຄວາມເຂັ້ມແຂງ, ເພີ່ມທະວີຄວາມ ສາມັກຄີ, ປະຕິບັດຂໍ້ກຳນົດກົດ ລະບຽບຂອງກອງທັບຢ່າງເຂັ້ມ ງວດ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ຈົງຮັກ ພັກດີຕໍ່ຊາດ ພ້ອມທັງສ້າງເປັນ ນັກຮົບຮຸ່ນສືບທອດຕໍ່ໄປ.

ໂດຍ: ປິ່ນ ຂຸນພົນ

ຂ່າວ: lao people’s army news