ເຫັນແລ້ວເປັນຕາດູຕົນ!ເກັບຂີ້ເຫຍື້ອຂາຍສົ່ງຕົນເອງຮຽນ

ທາງໂຮງຮຽນຊ່ວຍເຫຼືອເປັນຢ່າງດີ ເພາະນ້ອງໃໝ່ເປັນຄົນດຸໝັ່ນ ຕັ້ງໃຈຮຽນ ເກດສະເລ່ຍສູງເຖິງ 3.60 ການໃຊ້ຊີວິດຕ່າງກັນ, ຫາເງິນຕ່າງກັນ ກໍບໍ່ແມ່ນໂຕຕັດສິນອານາຄົດ ຂໍພຽງອົດທົນຕັ້ງໃຈ ພະຍາຍາມໃຫ້ດີທີ່ສຸດ, ບາງມື້ໄດ້ 100-200 ບາດ (30-60 ພັນກີບ) ຫາກມື້ໃດໄດ້ຫຼາຍກວ່ານັ້ນກໍຈະເກັບໄວ້ຊື້ອຸປະກອນການຮຽນອື່ນໆ ບໍ່ເຄີຍອາຍ ເພາະເປັນອາຊີບບໍລິສຸດ

ດ້ານແມ່ຂອງນ້ອງ ບອກວ່າຕົນມີລູກ 2 ຄົນ ຜູ້ໃຫຍ່ ມີຄອບຄົວແລ້ວ ແລະ ແຍກກັນຢູ່ກັບພະລະຍາ ສ່ວນນ້ອງໃໝ່ລູກສາວຫຼ້າ ກຳລັງຮຽນຢູ່ຊັ້ນ ມ 4 ອີ່ຕົນລູກສາວຢູ່ ທາງໂຮງຮຽນກໍຊ່ວຍເຫຼືອເຕັມທີ່ ບາງເທື່ອຖືກໝູ່ເພື່ອນລໍ້, ເຢິ້ຍວ່າສົກກະປົກ ເປື້ອນ ກໍໄດ້ແຕ່ບອກກັບລູກວ່າ ການເກັບຂີ້ເຫຍື້ອມັນເປັນອາຊີບຂອງແມ່ ມີກິນມີໃຊ້ກໍເພາະຂີ້ເຫຍື້ອ ບໍ່ຕ້ອງຮູ້ສຶກໜ້ອຍໜ້າໃຜ

ເອີ້ນໄດ້ວ່າເປັນເລື່ອງລາວສູ້ຊີວິດຂອງນ້ອງຄົນໜຶ່ງ ທີ່ເອົາມາເປັນບົດຮຽນ ຄະຕິເຕຶອນໃຈ ແຮງບັນດານໃຈໃນການສູ້ຊີວິດ ເປັນເລື່ອງລາວຂອງປະເທດເພື່ອນບ້ານຢ່າງປະເທດໄທທີ່ມີສາວນ້ອຍຄົນໜຶ່ງ ເຮັດວຽກຊ່ວຍແມ່ກຄືການເກັບຂີ້ເຫບື້ອຂາຍ ເພື່ອສົ່ງຕົນເອງຮຽນ ບໍ່ແຄວ່າໝູ່ຈະເຢີ້ຍ ແລະ

ເວົ້າໃຫ້ວ່າເປື້ອນເປິ ແຕ່ນາງຕັ້ງໃຈເຮັດວຽກຫຼາຍ ເປັນເລື່ງລາວທີ່ໜ້າຊື່ນຊົມອີກເລື່ອງ ໂດຍນ້ອງເລົ່າວ່າ ຄອບຄົວເຮັດອາຊີບເກັບຂີ້ເຫຍື້ອມາຫຼາຍຫວ່າ 10 ປີແລ້ວ ໂດຍຈະນຳລົດເຂັນໄປເລາະເກັບຕາມຖັງຂີ້ເຫຍື້ອໃນໝູ່ບ້ານ ໃນຕະຫຼາດສົດ ແລະ ບ່ອນຖິ້ມຂີ້ເຫຍື້ອຂອງເທດສະບານ.