ເຫດລົດຈັກຕຳກັບລົດຈັກ(ເສຍຊີວິດຄາທີ່ 1 ລາຍ)
ວັນທີ12/12/2020 ເວລາ 19:30 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດຈັກ.

+ຈຸດເກີດເຫດແມ່ນແຖວຫ້ອງການບ້ານຫນອງວຽງຄຳ. ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນ: ເພດຊາຍ ອາຍຸ 18 ປີ ອາຊີບນັກສຶກສາ ບ້ານນາທົ່ມ ເມືອງໄຊທານີ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນຄໍຫັກແລະຂໍ້ແຂນຫລຸດ(ບໍ່ມີຊີບພະຈອນ).

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ທຳການນວດຫົວໃຈ(CPR) ປະມານ 20 ນາທີແຕ່ຄົນເຈັບບໍ່ມີການຕອບສະຫນອງແລະເສຍຊີວິດໃນເວລາຕໍ່ມາ.

ທາງຫນ່ວຍກູ້ໄພ1623 ຈື່ງໄດ້ນຳສົ່ງສົບໃຫ້ກັບຄອບຄົວແລະຍາດຕິພີ່ນ້ອງເພື່ອເຮັດພິທີທາງສາສະຫນາ. ທາງຫນ່ວຍກູ້ໄພຕ້ອງຂໍສະແດງຄວາມເສຍໃຈນຳຄອບຄົວແລະຍາດພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ.

#ຈຸດດົງໂດກ. -ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:

ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.
ເລກບັນຊີ: 092-12-00-01026649-001 LAK. 092-12-01-01026649-001 USD. 092-12-02-01026649-001 THB.
#ບາດເຈັບສຸກເສີນໂທແຈ້ງທີ່ເບີ1623ຕະຫຼອດ24ຊົ່ວໂມງ.