ການເດີນທາງໄປມາສະດວກແລ້ວ 3 ແຍກສີເກີດ–4ແຍກຕານມີໄຊ

ທ່ານ ຮົວ ແສງອາລຸນ ກ່າວວ່າ: ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານໃນການພັດທະນາເສດຖະກິດ-ສັງຄົມ ເຊິ່ງຖືເອົາການພັດທະນາພື້ນຖານໂຄງລ່າງເປັນພື້ນຖານໃຫ້ການພັດທະນາດ້ານອື່ນໆ ຂະຫຍາຍຕົວ ແລະ ມີຄວາມສະດຄືນວກສະບາຍ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ ເປັນເສັ້ນທາງໜຶ່ງທີ່ເຂົ້າແຜນບູລິມະສິດທຶນເປົ້າໝາຍຂອງລັດຖະບານ ເລີ່ມແຕ່ປີ 2017 ເປັນຕົ້ນມາ.

ເສັ້ນທາງດັ່ງກ່າວ ມີຄວາມຍາວ 9,3 ກິໂລ ແມັດ ກວ້າງ 28 ແມັດ ໜ້າທາງປູດ້ວຍເບຕົງເສີມເຫຼັກ ໜາ 23 ຊັງຕີແມັດ ມີ 6 ເລນລົດແລ່ນ ພ້ອມທັງດອນກາງທາງ ທາງຄົນຍ່າງສອງເບື້ອງ ໄຟເຍືອງທາງ ຍົກຍ້າຍ-ຕິດຕັ້ງຕາຂ່າຍໄຟຟ້າ 22 Kv ຄືນໃໝ່ ຍົກຍ້າຍ-ຕິດຕັ້ງສາຍເຄເບິນໃໝ່ ຍົກຍ້າຍ-ຕິດຕັ້ງລະບົບນ້ໍາປະປາໃໝ່ ແລະ ລະບົບລະບາຍນໍ້າສອງຂ້າງທາງ ລວມມູນຄ່າ 45.110.661,61 ໂດລາສະຫະລັດ.

ນັບແຕ່ມື້ເລີ່ມກໍ່ສ້າງເສັ້ນທາງດັ່ງກ່າວເປັນຕົ້ນມາ ບໍລິສັດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະສານສົມທົບກັບເຈົ້າຂອງໂຄງການ ອໍານາດການປົກຄອງ ຕະຫຼອດຮອດປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ໂດຍສະເພາະການປຸກລະດົມຂົນຂວາຍໃຫ້ເຂົາເຈົ້າມີສ່ວນຮ່ວມໃນການຂະຫຍາຍໜ້າທາງໃຫ້ໄດ້ຕາມມາດຕະຖານເຕັກນິກ ພ້ອມທັງໄດ້ສຸມທຶນຮອນ ພາຫານະກົນຈັກ ພະນັກງນວິຊາການເປັນຈໍານວນຫຼວງຫຼາຍເຂົ້າໃນການກໍ່ສ້າງ ເພື່ອເຮັດໃຫ້ສໍາເລັດຕາມລະດັບຄາດໝາຍ.

ຂ່າວ: Vientiane Mai