ຮ່ອງນໍ້າ ຢູ່ຕາມເສັ້ນທາງ ແມ່ນໃສສະອາດ ຈົນກາຍເປັນບ່ອນຢູ່ອາໃສຂອງ ປາຄໍາ ຢູ່ປະເທດຍີ່ປຸນ

ຢູ່ຫຼາຍໆເມືອງໃຫຍ່ ຮ່ອງລະບາຍນໍ້າເປື້ອນ ອາດເປັນສະຖານທີ່ສຸດທ້າຍ ທີ່ທ່ານຈະໄດ້ສັງເກດເຫັນ ສິ່ງມີຊິວິດໃຫຍ່ ອາໃສຢູ່, ແຕ່ຢູ່ເມືອງ Shimmabara ຢູ່ເກາະຄິວຊູ ພາກໃຕ້ຂອງປະເທດຍີ່ປຸ່ນ,

ຮ່ອງນໍ້າ ຢູ່ຕາມເສັ້ນທາງ ແມ່ນໃສ ສະອາດ ຈົນກາຍເປັນບ່ອນຢູ່ອາໃສຂອງ ປາຄໍາ ! ແມ່ນແລ້ວ ທ່ານອ່ານ ບໍ່ຜິດ ! ເນື່ອງຈາກເມືອງນີ້ ເປັນເຂດພູເຂົາໄຟເກົ່າ ແລະ ຍັງເຄີຍເກີດ ສຸນາມິ ໃນປີ 1792, ຂ້າຊີວິດປະຊາກອນໄປ 15,000 ຄົນ, ແຕ່ແຫຼ່ງນໍ້າແຫ່ງນີ້ ພັດມີ ນໍ້າອອກບໍ່ ທີ່ມີຄວາມສະອາດ ໃສເປັນພິເສດ ແລະ ໄຫຼຜ່ານຄູຄອງ ຂອງເມືອງນີ້.

ຕົກມາປີ 1978, ຜູ້ປົກຄອງເມືອງ ຕັດສິນໃຈ ປ່ອຍປາຄໍາ ໃສ່ຮ່ອງລະບາຍນໍ້າ ດັ່ງກ່າວ ຈົນມາຮອດປະຈຸບັນ. ປາຄໍາ ເປັນປາ ທີ່ດໍາລົງຊີວິດໃນນໍ້າສະອາດ ເທົ່ານັ້ນ ຈຶ່ງເປັນໂຕຊີ້ວັດ ທີ່ດີເລີດ ກ່ຽວກັບຄຸນນະພາບ ຂອງຮ່ອງລະບາຍນໍ້າ ຢູ່ເມືອງນີ້.

ປະຈຸບັນ ສະຖານທີ່ນີ້ ໄດ້ກາຍເປັນແຫລ່ງທ່ອງທ່ຽວ ທີ່ສໍາຄັນ ຂອງເມືອງ.

In most cities, drainage canals are the last place you’d expect wildlife to thrive. However, in the city of Shimabara on Japan’s Kyushu island, the street’s gutters are so clean they are home to hundreds of koi carp.

The unusual fish habitat is a product of the volcanic activities of Mount Unzen that resulted in the 1792 earthquake and tsunami.

The tragic natural disaster killed 15,000 people, but it also triggered an abundance of fresh water springs. Clean water began to flow through the city’s drainage channels; so in 1978, authorities decided to release colorful koi into the 100-meter-long waterway.

Cr: Japan Informer and FM90