ອຸທາຫອນ! ແມ່ລູກອ່ອນບີບສິວຢູ່ດັງ ສຸດເຈັບປວດກ່ອນບວມໃຫ່ຍໜ້າຈົນເສຍໂສມ ຈົນເກືອບເບີ່ງບໍ່ເຫັນ

ແມຣີ່ ແອນ ລີເຈີໂຊ ອາຍຸ 17 ປີ ຢູ່ທີ່ເມືອງ ນູເອວາອີຊິຍາ ປະເທດ ຟິລິບປິນ ຕອນນີ້ສະພາບໃບໜ້າຂອງລາວບວມໄຂ່ຈົນຜິດຮູບ ຈົນບໍ່ເຫຼືອເຄົາໂຄງໜ້າເກົ່າ ເນື່ອງຈາກປີ2019ທີ່ຜ່ານມາ ຫຼັງຈາກເກີດສິວຂື້ນທີ່ດັງ ແລ້ວລາວກໍ່ບີບມັນ ຈົນເຮັດໃຫ້ໃບໜ້າຂອງລາວບວມໄຂ່ແບບຜິດປົກກະຕິ ແລະ ຄິດວ່າຈັກໜ່ອຍມັນຈະຍຸບລົງ

ແຕ່ກັບບໍ່ເປັນແນວນັ້ນ ອາການບວມກໍ່ຂະຫຍາຍເປັນວົງກວ້າງຫຼາຍຂື້ນກີນເວລາເປັນຫຼາຍເດືອນ ຈົນເປັນປີ ໃນຕອນທຳອິດຄິດວ່າສິວດັ່ງກ່າວເກີດຈາກສິວຮໍໂມນ ເພາະເມື່ອຕອນລາວອາຍຸ 16 ປີ ໃນຕອນນັ້ນລາວໃຫ້ກຳເນີດລູກຄົນໜື່ງ
ຜ່ານມາກໍ່ພະຍາຍາມຮັກສາອາການດັ່ງກ່າວດ້ວຍຢາພື້ນເມືອງ

ແຕ່ກໍ່ປະສົບຜົນສຳເລັດ ແລະ ເຫດຜົນທີ່ລາວບໍ່ໄປຫາໝໍແຜ່ນປະຈຸບັນໂດຍກົງ ຍ້ອນຄອບຄົວຂອງລາວເປັນຄົນທຸກຍາກ ບໍ່ມີລາຍໄດ້ຫຼາຍພໍທີ່ຈະຈ່າຍຄ່າຮັກສາໄດ້ ແມຣີ່ ແລະ ສາມີຈື່ງໂພດຄຣິບວີດີໂອ ຂໍຄວາມຊ່ວຍເຫຼືອ ເພື່ອມີຄົນໃຈດີຊ່ວຍບໍລິຈາກຄ່າຮັກສາໃຫ້ຫາຍຂາດໄດ້