ຍັງຈື່ໄດ້ບໍ່ ນ້ອງ ນ້ຳຝົນ ເດັກແຝດທີ່ຖືກຄົນໃຈບາບທຳຮ້າຍຮ່າງກາຍຈົນແຝດຄົນໜຶ່ງຕ້ອງເສຍຊີວິດ

ຂໍແຈ້ງຂ່າວ… ອັບເດດອາການລ່າສຸດຂອງນ້ອງ ນ້ຳຝົນ ເດັກແຝດທີ່ຖືກທຳຮ້າຍຮ່າງກາຍ ຝາກເພື່ອນໆທຸກຄົນຊ່ວຍ ແຊຣ໌ ບອກຕໍ່ເພື່ອໃຫ້ທຸກຄົນທີ່ໄດ້ໃຫ້ການຊ່ວຍເຫລືອນ້ອງໄດ້ຮັບຮູ້ອາການຄືບໜ້າປະຈຸບັນຂອງນ້ອງຜ່ານໂພສຄັ້ງນີ້ດ້ວຍ

ປະຈຸບັນແມ່ນນ້ອງ ນ້ຳຝົນ ໄດ້ກັບໄປພັກຮັກສາໂຕຢູ່ທີ່ບ້ານເກີດເພື່ອຟື້ນຟູກາຍຍະບຳບັດທັງຮ່າງກາຍແລະຈິດໃຈຢູ່ບ້ານທີ່ແຂວງໄຊຍະບູລີແລ້ວ ຫຼັງຈາກກັບໄປຮອດແລ້ວທາງພໍ່ແມ່ພ້ອມຍາດພີ່ນ້ອງກໍ່ໄດ້ເຮັດພິທີສູດສູ່ຂັວນມັດແຂນຕາມຮີດຄອງໃຫ້ແກ່ນ້ອງ ແລະ ອາການຂອງນ້ອງປະຈຸບັນແມ່ນຄ່ອຍພັດທະນາການທີ່ດີຂຶ້ນກ່ວາເກົ່າຫຼາຍ

.

ນ້ອງໄດ້ມີການຕອບຮັບແລະລົມນຳເວລາສື່ສານໄປຫານ້ອງຖືວ່າດີຫລາຍກ່ວາເກົ່າຫຼາຍແຕ່ຍັງບໍ່ສາມາດຍ່າງໄດ້ປົກກະຕິເທື່ອ ຕ້ອງໄດ້ໃຊ້ເວລາຟື້ນຟູໄປໄລຍະຫນຶ່ງເຊິ່ງພໍ່ແມ່ກໍ່ໄດ້ພານ້ອງ ນ້ຳຝົນ ຮຽນຍ່າງຮຽນຖີບລົດກະຄືການ ກາຍຍະບຳບັດທາງຮ່າງກາຍນ້ອງຕາມທີ່ທາງແພດໝໍໄດ້ສັ່ງບອກໄວ້

.

ເຊິ່ງທ່ານໝໍທີ່ປິ່ນປົວນ້ອງໄດ້ນັດໃຫ້ມາກວດເຊັກຄືນຮ່າງກາຍສະໝອງທີ່ຖືກກະທົບພາຍໃນ ວັນທີ 14-16 ເດືອນ 12 ປີ 2020 ນີ້ ຈິ່ງຂໍແຈ້ງໃຫ້ທຸກທ່ານທີ່ໃຫ້ການຊ່ວຍເຫຼືອນ້ອງ ນ້ຳຝົນ ໄດ້ຮັບຮູ້ສະພາບອາການຂອງນ້ອງປະຈຸບັນ

ແລະຂໍຂອບໃຈແທນຄອບຄົວຂອງນ້ອງ ກັບທຸກພະລັງແຮງໃຈຈາກສັງຄົມທຸກໆທ່ານ ທີ່ໃຫ້ການຊ່ວຍເຫຼືອແລະໃຫ້ກຳລັງໃຈນ້ອງນ້ຳຝົນແລະຄອບຄົວນ້ອງຕະຫຼອດມານະທີ່ນີ້ດ້ວຍ.

.

.

.

.

ຂໍຂອບໃຈຂ່າວອັບເດດຈາກ: Kou OK