ເຫດລົດໃຫຍ່ຕຳກັບລົດຈັກ ເສຍຊີວິດ1ຄົນ ບາດເຈັບ1ຄົນ

ວັນທີ9/12/2020 ເວລາ  22:16ໂມງ.     ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ຕຳກັບລົດຈັກ +ຈຸດເກີດເຫດແມ່ນ:

ບ້ານນາແຮ່ (ເສັ້ນທາງ 13ເໜືອ) ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ບາດເຈັບ2ຄົນ(1ຄົນບໍ່ໄດ້ສະຕິແລະຊີບພະຈອນຢຸດເຕັ້ນ)  ອາສາສະໝັກພວກເຮົາຈຶ່ງໄດ້ປ້ຳຫົວໃຈ(CPR)ເຊິ່ງໃຊ້ເວລາປະມາ 15-20ນາທີ ແຕ່ກໍບໍ່ສາມາດນຳໃຫ້ຊີບພະຈອນຂອງຜູ້ເສຍຊີວິດກັບຄືນມາເຕັ້ນໄດ້. 

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ (1623) ຂໍສະແດ່ຄວາມເສຍໃຈມາຍັງພີ່ນ້ອງຜູ້ເສຍຊີວິດໃນຄັ້ງນີ້.  #ຜູ້ເສຍຊີວິດ: ເພດຊາຍ ອາຍຸ35ປີ ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ  ອາການເບື້ອງຕົ້ນ ມີບາດເປີດບໍລິເວນຄາງ,ກະທົບຫົວ. #ຜູ້ບາດເຈັບ ເພດຊາຍ ອາຍຸ 26ປີ ອາຊີບນັກສຶກສາ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ອາການເບື້ອງຕົ້ນ: ເຈັບຂາຊ້າຍ  ຜູ້ບາດເຈັບນຳສົ່ງໂຮງໝໍມະໂຫສົດ      #ຈຸດນາເລົ່າ

  ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:

ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.  ເລກບັນຊີ: 092-12-00-01026649-001 LAK. 092-12-01-01026649-001 USD. 092-12-02-01026649-001 THB.  #ບາດເຈັບສຸກເສີນໂທແຈ້ງທີ່ເບີ1623ຕະຫຼອດ24ຊົ່ວໂມງ.