7 ຄອບຄົວ ທີຖືກເຄາະຮ້າຍຈາກອັກຄີໄພ ຢູ່ເມືອງໄຊບົວທອງ ໄດ້ຮັບເຄື່ອງຊ່ວຍເຫລືອ

ທ້າຍອາທິດຜ່ານມາ, ອົງການກາແດງແຂວງຄຳມ່ວນ ໄດ້ນຳເອົາເຄື່ອງນຸ່ງຮົ່ມ ແລະ ເຄື່ອງໃຊ້ຄົວເຮືອນ ປະກອບມີ ຜ້າຫົ່ມ, ໜອນ, ມຸ້ງ, ໂສ້ງ, ເສື້ອ, ຖ້ວຍ, ຈານ, ຊວ້ານ, ສຽມ ແລະ ເຄື່ອງໃຊ້ອື່ນໆ ມາມອບໃຫ້ແກ່ອຳນາດກາດປົກຄອງເມືອງໄຊບົວທອງ ເພື່ອນຳໄປມອບຕໍ່ໃຫ້ແກ່ ປະຊາຊົນ 7 ຄອບຄົວ ທີ່ຖືກເຄາະຮ້າຍຈາກໄຟໄໝ້ເຮືອນເມື່ອບໍ່ດົນຜ່ານມາ ທັງນີ້ ກໍເພື່ອເປັນການປະກອບສ່ວນຊ່ວຍເຫລືອບັນເທົາທຸກແກ່ຜູ້ຖືກເຄາະຮ້າຍ. ພ້ອມນີ້, ອົງການກາແດງແຂວງ ຍັງໄດ້ມອບຖັງນໍ້າ ໃຫ້ແກ່ ໂຮງຮຽນຄື: ມສ ນານ້ອຍ ແລະ ມສ ປ່າກ້ວຍ-ໜອງບອນ ໂຮງຮຽນລະ 1 ຖັງ ຕື່ມອີກ.


ໃນໂອກາດນີ້, ທ່ານ ກາຫລົງ ແກ້ວສີຍາ ຮອງເຈົ້າເມືອງໄຊບົວທອງ ໄດ້ຕາງໜ້າໃຫ້ແກ່ຄອບຄົວ ທີ່ຖືກເຄາະຮ້າຍຈາກໄຟໄໝ້ເຮືອນ ແລະ ຄູ-ອາຈານ 2 ໂຮງຮຽນດັ່ງກ່າວ ສະແດງຄວາມຂອບອົກຂອບໃມາຍັງ ອົງການກາແດງແຂວງຄຳມ່ວນ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະນຳເອົາ ເຄື່ອງຊ່ວຍເຫລືອດັ່ງກ່າວໄປມອບຕໍ່ໃຫ້ແຕ່ລະພາກສ່ວນຢ່າວທົ່ວເຖິງ.

ຂ່າວ: ເມືອງໄຊບົວທອງ