ໃຫ້ໂອກາດເປັນມື້ສຸດທ້າຍຜູ້ທີ່ສົ່ງຄົນຈີນ 2ຄົນທີ່ຕິດເຊື້ອພະຍາດໂຄວິດໄປແຂວງຫຼວງນໍ້າທາ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ຕາມຫາຜູ້ທີ່ສົ່ງຊາຍຊາວຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ໄປແຂວງຫຼວງນໍ້າທາ ໃນວັນທີ 27 ພະຈິກ 2020 ທີ່ຜ່ານມາຍ້ອນວ່າບຸກຄົນດັ່ງກ່າວອາດຕິດເຊື້ອພະຍາດໂຄວິດ-19

ຈາກຊາຍຈີນ 2 ຄົນດັ່ງກ່າວ ແລະ ອາດຈະແຜ່ເຊື້ອໃຫ້ບຸກຄົນອື່ນແບບບໍ່ຮູ້ຕົ ຊຶ່ງໄດ້ໃຫ້ໂອກາດເຂົ້າມາລາຍງານຕົວເປັນເວລາ 3 ວັນນັບແຕ່ວັນທີ 6-8 ທັນວາ 2020 ນີ້ແມ່ນຈະຖືວ່າບໍ່ເປັນຄວາມຜິດ, ແຕ່ຫາກວ່າກາຍວັນທີ 8 ທັນວາ 2020 ນີ້ຍັງບໍ່ມາລາຍງານຕົວ ຖ້າຫາກວ່າທາງເຈົ້າໜ້າທີ່ສາມາດຈັບໄດ້ແມ່ນຈະໄດ້ນໍາຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໜາຍ.

ຄົນຈີນ 2 ຄົນດັ່ງກ່າວນັ້ນນັ້ນເປັນປະຊາຊົນເມືອງສາງໂຈ ແຂວງ ຟູຕິນ ສປ ຈີນ ໄດ້ເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງຢູ່ເມືອງທ່າຂີ່ເຫຼັກ ປະເທດມຽນມາເຊິ່ງກົງກັນຂ້າມກັບບ້ານມ້ອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ພວກກ່ຽວໄດ້ລັກຂ້າມມາແຂວງບໍ່ແກ້ວ ໃນວັນທີ 24 ພະຈິກ 2020 ແລະ ພັກຢູ່ແຂວງບໍ່ແກ້ວເປັນເວລາ 3 ວັນ,

ມາຮອດວັນທີ 27 ພະຈິກ 2020 ທັງ 2 ຄົນໄດ້ເດີນທາງມາເຂດເສດຖະກິດພິເສດບໍ່ເຕັນແຂວງຫຼວງນໍ້າທາໂດຍໄດ້ພັກຢູ່ໂຮງແຮມໄຫຫຼີ ເປັນເວລາ 5 ວັນ, ຮອດວັນທີ 2 ທັນວາ 2020 ເວລາ 24:00 ໂມງ ພວກກ່ຽວໄດ້ລັກລອບເຂົ້າ ສປ ຈີນ

ໂດຍຜ່ານທາງນ້ອຍລະຫວ່າງບໍ່ເຕັນ-ບໍ່ຫານຫຼັງຈາກເຂົ້າບໍ່ຫານແລ້ວໄດ້ຖືກເຈົ້າໜ້າທີ່ລາດຕະເວນເຂດຊາຍແດນເບື້ອງຝັ່ງຈີນຈັບຕົວ ແລະ ໄດ້ກັກຕົວໄວ້ຢູ່ບໍ່ຫານ ແລະ ກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ໃນວັນທີ 3 ທັນວາ 2020 ແຕ່ບໍ່ອອກອາການ.

ຂ່າວ: ວຽງຈັນທາຍ