ສະຫຼົດ ເດັກນ້ອຍຈົມນໍ້າອາຍຸ 8 ປີເສຍຊີວິດ ຢູ່ໜອງແຕ່ງ

ລາຍງານຈາກນະຄອນຫຼວງວຽງຈັນ: ໃນຕອນເຊົ້າຂອງວັນ 07/12/2020 ເວລາປະມານ 10:00 ໄດ້ເກີດເຫດການເດັກນ້ອຍຈົມນໍ້າ ຢູ່ໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

ຈາກເຫດການຄັ້ງນີ້ໜ່ວຍກູ້ໄພໄດ້ເຂົ້າຊ່ວຍເຫຼືອ ເດັກນ້ອຍຈົມນໍ້າ ເປັນເພດຍິງ ອາຍຸ 8 ປີ ໄດ້ພົບເປັນສົບເສຍຊີວິດ

ສ່ວນສາເຫດຂອງການຈົມນໍ້າໃນຄັ້ງນີ້ຍັງບໍ່ທັນຮູ້ ລໍຖ້າຟັງຂ່າວຕໍ່ໄປ …!

ຂໍສະແດງຄວາມເສຍໃຈນໍາຄອບຄົວດ້ວຍ

.

.