ດ່ວນໆ ແຂວງບໍ່ແກ້ວ ແຈ້ງປິດເມືອງຕົ້ນເຜິ້ງ ເປັນການຊົ່ວຄາວ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອຈຸລະໂລກສາຍພັນໃຫ່ມ ໂຄວິດ-19 ຂັ້ນແຂວງອອກຄຳສັ່ງ ໃຫ້ປິດການເຂົ້າ-ອອກ ຂອງພົນລະເມືອງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວເປັນການຊົ່ວຄາວ.

ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ສົມທົບເມືອງຕົ້ນເຜິ້ງຄົ້ນຄວ້າ, ແຕ່ງຕັ້ງທີມງາມ ລົງປະຈຳຈຸດກວດກາຄົນເຂົ້າ-ອອກເມືອງ ຢູ່ຈຸດບ້ານນ້ຳເກິ່ງເກົ່າ, ຈຸດບ້ານມ່ວງຄຳ ເພື່ອກຳສະພາບການເຄື່ອນໄຫວໄປມາຂອງພົນລະເມືອງ ແລະ ກວດກາອຸ່ນຫະພູມ ຕາມຄຳສັ່ງສະບັບເລກທີ່ 06/ນຍ, ລົງວັນທີ່ 29 ມີນາ 2020

ສຳລັບບັນດາບ້ານໃນຂອບເຂດເມືອງຕົ້ນເຜິ້ງ ແມ່ນໃຫ້ຈຸດກວດກາ ປິດການສັນຈອນໄປມາ ຂອງປະຊາຊົນ, ຍົກເວັ້ນກໍລະນີເຈັບເປັນໄປຮັກສາສຸຂະພາບ, ສົ່ງລູກຫຼານໄປໂຮງຮຽນ, ໄປຊື້ອາຫານການກິນຢູ່ຕະຫຼາດ ແຕ່ຕ້ອງຮັບອະນຸຍາດ ຈາກການຈັດຕັ້ງຂັ້ນບ້ານທີ່ກ່ຽວຂ້ອງ

ມອບໃຫ້ຂະແໜງການທີ່ກ່ຍຂ້ອງເມືອງ ສົມທົບກັບການຈັດຕັ້ງຂັ້ນບ້ານ ເຕົ້າໂຮມເຮືອບັນທຸກສິນຄ້າ, ເຮືອໄວຢູ່ເປັນຈຸດ ໂດຍແຕ່ງຕັ້ງເຈົ້າຫນ້າທີ່ ກອງຫຼອນ-ປກສ ບ້ານ ຍາມຮັກສາຄວາມສະຫງົບ. ສ່ວນເຮືອການທົ່ວໄປແມ່ນໃຫ້ເອົາຂື້ນຝັ່ງທຸກລຳ.

ມອບໃຫ້ອົງການປົກຄອງເມືອງຕົ້ນເຜິ້ງປຸກລະດົມບັນດາບ້ານ ຕະຫຼອດຮອດນັກທຸລະກິດ, ຜູ້ປະກອບການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດພາລະກິດຂອງເຈົ້າຫນ້າທີ່ໃນຄັ້ງນີ້ ຕາມຄວາມເຫມາະສົມ.