ສານປະຊາຊົນແຂວງສາລະວັນ ຕັດສິນປະຫານຊີວິດ 5 ຊາຍຄ້າສິ່ງເສບຕິດ

ເມື່ອວັນທີ່ 20 ພຶດສະພາ 2020 ສານປະຊາຊົນແຂວງສາລະວັນ ຕັດສິນປະຫານຊີວິດ 5 ຊາຍ ອາຍຸບໍ່ເກີນ 40ປີ ຄ້າຂາຍຢາເສບຕິດ ຢາບ້າ ຈຳນວນ 25 ມັດ ທຽບເທົ່າກັບ 50,000ເມັດ ຢາໄອຈຳນວນ 1ກິໂລກຼາມ ຢາອີ ຈຳນວນ 18ມິດ ແລະ ເຄຕາມິນຈຳນວນ 1 ຖົງ

ໃນນັ້ນໄດ້ມີຜູ່ກະທຳຜິດນຳກັນ 5 ຄົນ: ທ້າວ ສິດທິເດດ ອາຍຸ 40 ປີ ອາຊີບຄ້າຂາຍ ປະຊາຊົນ ບ້ານລັດຕະນະລັງສີເໜືອ, ທ້າວສີສະຫວັນ(ຕູ້) ອາຍຸ 40 ປີ ປະຊາຊົນ ບ້ານລັດຕະນະລັງສີໃຕ້, ທ້າວຕອມ ອາຍຸ 29 ປີ ປະຊາຊົນບ້ານໄຊມຸງຄຸນ, ທ້າວແສງອາມິນ(ເຢ້) ອາຍຸ 27 ປີ ອາຊີບກຳ ປະຊາຊົນບ້ານລັດຕະນະລັງສີເໜືອ. ທັງ 4 ຄົນທີ່ກ່າວມານີ້ແມ່ນອາໄສຢູ່ນະຄອນໄກສອນ ແຂວງສະຫວັນນະເຂດ. ທ້າວບຸນມິີ(ນັງ) ອາຍຸ 23 ປີ ອາຊີບກຳມະກອນ ເປັນຄົນສັນຊາດຫວຽດ ທີ່ອາໃສ່ຢູ່ ບ້ານ ໂພໄຊ ນະຄອນປາກເຊ ແຂວງຈຳປາສັກ

ທັງໝົດ 5 ຊາຍທີ່ກ່າວມານີ້ແມ່ນໄດ້ກະທຳຜິດໃນຖານຄ້າຂາຍຂົ່ນສົ່ງຢາບ້າ, ຢາໄອ ຈຶ່ງໄດ້ຖືກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແຂວງສາລະວັນ ກັບ ທະຫານຊາຍແດນແຂວງກົງຈີ ສສ ຫວຽດນາມ ໄດ້ຮ່ວມມືກັນກັກຕົວຜູ້ກ່ຽວ ໃນລະຫວ່າງກາງເດືອນມີນາ ປີ 2018.

ຄລິບຂ່າວ