ບໍ່ໜ້າເກີດເຫດແບບນີ້ເລີຍ ຈາກເຫດລະເບີດ ລົດຂົນຫີນກາວ ລັກລອບຂົນກະໂພກ ຢູ່ດ່ານແດນສະຫວັນ -ລາວບາວ ດັບ 2 ບາດເຈັບຫຼາຍຄົນ

ປະມານ 9 ໂມງປາຍ ວັນທີ 3 ທັນວາ 2020 ໄດ້ເກີດເຫດໄຟໄໜ້ ຢູ່ດ່ານແດນສະຫວັນ -ລາວບາວ, ບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ຄາດສາເຫດເບື້ອງຕົ້ນອາດຈະເກີດລະເບີດຈາກລົດເມ ທີ່ຂົນບັ້ງໄຟດອກ.

ຫຼ້າສຸດເຫດ ລົດຂົນຫີນກາວ ລັກລອບຂົນກະໂພກ ທາດລະເບີດບັ້ງໄຟພຸໄວໄຟ ພໍຮອດຈຸດກວດກາດ່ານພາສີສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ແລ້ວພະນັກງານຢູ່ດ່ານຂື້ນກວດ ການກວດກາແມ່ນເອົາໄມ້ໄປແທງຕາມຈຸດຕ່າງໆ ແຕ່ໂຊກຮ້າຍ ພໍແທງຖືກກະໂພກ ທີ່ມີທາດລະເບິດ ກໍ່ເຮັດໃຫ້ເກີດເຫດລະເບີດແລະໄຟໄຫມ້ຂື້ນຢ່າງຮຸນແຮງ ເຮັດໃຫ້ຄົນກວດກາເສຍຊີວິດຄາທີ່ຈຳນວນ 2 ຄົນ ຫາຍສາບສູນ 2 ຄົນ ແລະ ບາດເຈັບອີກຫລາຍຄົນ ສ່ວນອ້າຍນ້ອງພາສີບາງສ່ວນ ຊ່ວງນັ້ນພາກັນໄປກິນເຂົ້າ ເລີຍລອດຢ່າງປະຕິຫານ

ຈາກຂໍ້ມູນເບື້ອງຕົ້ນແມ່ນລົດແກ່ຫີນກາວຈາກລາວກຽມອອກໄປສູ່ຫວຽດນາມ ໄດ້ລັກເຊື່ອງປະເພດບັ້ງພຸ, ບັ້ງໄຟ ແລະ ກະໂພກເປັນຈຳນວນຫຼາຍ

ໂດຍເອົາຫີນກາວເຕັງໄວ້ ເມື່ອຮອດຈຸດກວດສາງພາສີ ເຈົ້າໜ້າທີ່ໄດ້ມີການເຂົ້າກວດກາ ຈື່ງເກີດລະເບີດດັ່ງທີ່ເຫັນໃນຄຣິບ ເຊີ່ງຜູ້ເສຍຊີວິດຄາທີ່ 2 ຄົນ ແລະ ໄດ້ຮັບບາດເຈັບຈຳນວນຫຼາຍ

ສ່ວນຜົນເສຍຫາຍນັ້ນຍັງບໍ່ສາມາດປະເມີນຄ່າໄດ້ ຖ້າມີລາຍລະອຽດເພີ່ມເຕີມຈະແຈ້ງອີກຕື່ມພາຍຫຼັງ

ຂໍສະແດງຄວາມເສຍໃຈດ້ວຍ