ປະຊາຊົນຍີ່ປຸ່ນ ຈະໄດ້ຮັບການສັກຢາປ້ອງກັນໂຄວິດ-19ໂດຍບໍ່ເສຍຄ່າ
ຕາມຂ່າວຈາກ ໂຕກຽວ, ວັນທີ2ທັນວານີ້, ຍີ່ປຸ່ນ ຜ່ານຮ່າງກົດໝາຍ ສັກຢາ ປ້ອງກັນ ໂຄວິດ-19 ໃຫ້ປະຊາຊົນ ໂດຍບໍ່ເສຍຄ່າ.
ຂະນະທີ່ ທາງການຍີ່ປຸ່ນ ໄດ້ເຮັດຂໍ້ຕົກລົງ ສັ່ງຊື້ ຢາປ້ອງກັນໂຄວິດ-19 (ວັກຊິນ)ຂອງໄຟເຊີ ບໍລິສັດຢາ ແຫ່ງໃຫຍ່ຂອງ ສ.ອາເມລິກາ ຈຳນວນ 60 ລ້ານໂດສ,ວັກຊິນ 25 ລ້ານໂດສ ຂອງໂມເດີນາ ບໍລິສັດ ເຕັກໂນໂລຊີ ຊີວະພາບ ຂອງ ສ.ອາເມລິກາ ແລະ ວັກຊິນ 120 ລ້ານໂດສ

ຂອງແອສຕຣາເຊນເນກາ ບໍລິສັດ ຜູ້ຜະລິດ ວັກຊິນ ສັນຊາດອັງກິດ-ຊູແອັດ ຫລັງຈາກ ຍີ່ປຸ່ນ ເຂົ້າສູ່ ສະພາວະການເຕືອນໄພ ການລະບາດຂອງໂຄວິດ-19 ຂັ້ນສູງສຸດ ແລະ ຄະນະແພດ ເຕືອນວ່າ ໂຮງໝໍ ອາດບໍ່ສາມາດ ຮອງຮັບ ຜູ້ຕິດເຊື້ອໂຄວິດ-19 ທີ່ເພີ່ມຂຶ້ນຫລາຍ ໃນຕໍ່ໜ້າ.