ອາທິດນີ້ ອາກາດຈະໜາວເຢັນລົງຕື່ມອີກ 1 ຫາ 2 ອົງສາ

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 30 ພະຈິກ – 06 ທັນວາ 2020 ມວນອາກາດເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂື້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນລົງຕື່ມອີກ 1 ຫາ 2 ອົງສາ

ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ໜອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.