ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງວິລະບູລີ ເກັບກູ້ປ້າຍບໍ່ຖືກຫຼັກໄວຍະກອນພາສາລາວ
ໃນຕອນເຊົ້າວັນທີ 30 ພະຈິກ 2020 ນີ້ ທາງຫ້ອງການ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວເມືອງວິລະບູລີ

ເຊິ່ງນໍາໂດຍ ທ່ານ ບົວຜັນ ວັນວິໄລ ຮອງຫົວໜ້າຫ້ອງການ ຖວທ ເມືອງ ພ້ອມດ້ວຍພະນັກງານວິຊາການໃນໜ່ວຍງານວັດທະນະທໍາ

ໄດ້ລົງເກັບກູ້ປ້າຍຕາມຮ້ານຂາຍເຄື່ອງຕ່າງໆພາຍໃນເມືອງ ທີ່ພິມບໍ່ຕ້ອງຕາມຫຼັກໄວຍາກອນຂອງລາວເຮົາ ໂດຍສະເພາະກໍ່ແມ່ນປ້າຍຂອງຊາວຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບການ.

ພ້ອມທັງໄດ້ແນະນໍາໃຫ້ເຂົາເຈົ້າ ໃຫ້ປະຕິບັດຕາມລະບຽບຫຼັກການຢ່າງເຂັ້ມງວດ ໃນການດໍາເນີນທຸລະກິດຢູ່ ສປປ ລາວ.

.

.

ທີ່ມາ: News Vilabouly