ຈະມີຜົນສຳເລັດຢ່າງຍິ່ງໃຫຍ່ງານສະເຫຼີມສະຫຼອງວັນຊາດຄົບຮອບ 45ປີ

ກຳລັງປະກອບອາວຸດທຸກ ເຫຼົ່າຮົບ ມີຄວາມພ້ອມໃນທຸກ ດ້ານ ໃນການຈັດຕັ້ງສະເຫຼີມສະ ຫຼອງວັນຊາດທີ 2 ທັນວາ ຄົບ ຮອບ 45 ປີ. ພາຍຫຼັງທີ່ໄດ້ຫ້າງ ຫາກະກຽມຈັດຕັ້ງເຝິກຊ້ອມ ການທະຫານຫັດແອບຕົວຈິງ ໃນຕົ້ນເດືອນພະຈິກຜ່ານມາ, ມາຮອດວັນທີ 27 ພະຈິກ 2020 ຢູ່ທີ່ສະໜາມຫັດແອບ ວິທະຍາຄານ ກົມມະດໍາ ໄດ້ມີການເຝິກຊ້ອມ ໃຫຍ່ຄັ້ງສຸດທ້າຍ ໂດຍ ມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະຊີ້ນຳ ລວມ ແລະ ບັນດາອະນຸກໍາມະການ ດ້ານຕ່າງໆ ພ້ອມດ້ວຍພະນັກ ງານ-ນັກຮົບ ເຂົ້າຮ່ວມຮັບຊົມ.

ໃນໄລຍະການເຝິກຊ້ອມຂອງ ກຳລັງປະກອບອາວຸດທຸກເຫຼົ່າ ຮົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນວຽກງານຫ້າງຫາກະກຽມ ແລະ  ມາເຖິງປັດຈຸບັນ ບັນດາວຽກງານ ຕ່າງໆໄດ້ມີຄວາມພ້ອມໃນທຸກ ດ້ານແລ້ວ ເພື່ອຈັດຕັ້ງສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບ ຮອບ 45 ປີ ຄັ້ງນີ້ ໃຫ້ມີຜົນສຳ ເລັດຢ່າງຍິ່ງໃຫຍ່ ແລະ ຈົບງາມ ສາມາດຮັບປະກັນໄດ້ຄວາມ ປອດໄພ 100% . ສຳລັບ ການສະ ແດງ ທາງການທະຫານ ເພື່ອ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃນວັນທີ 30 ພະຈິກ 2020 ນີ້ ປະກອບມີ 12 ລາຍການ ຄື: ການສະແດງ ສິລະປະຈາກກອງສິລະປະກອນ ກອງທັບ, ກອງຍິງປືນອາຊຽນ ໃຊ້ປືນຍິງເປີດປາຍຄໍາຂວັນ 2 ທັນວາ ໝັ້ນຍືນ ແລະ ນຳໃຊ້ປືນ ສັ້ນຊາຍ-ຍິງ

ຍິງເປົ້າຈານເຫຼັກ, ເຫຼົ່າຮົບສືບຂ່າວສົມທົບທະຫານ ອາກາດ, ກອງຫຼອນແຂວງວຽງ ຈັນ ເຮັດໜ້າທີ່ກອບກູ້ຕົວປະກັນ,ເຫຼົ່າຮົບຕີພິເສດປິດລັບຫຼອນຕີ ສັດຕູພັກທັບຊົ່ວຄາວ ທະຫານອາ ກາດຍິງເປົ້າໝາຍເທິງໜ້າດິນ ແລະ ໃຊ້ເຮືອບິນ130 ດັບສູນເປົ້າ ໝາຍ, ເຫຼົ່າຮົບປ້ອງກັນອາກາດ ນຳໃຊ້ປືນຊູ- 23, ຍິງລູກສອນ ອີທຽນ ແລະ ລູກສອນ ເຄ-38 ດັບສູນເປົ້າໝາຍເທິງອາກາດ, ເຫຼົ່າຮົບປືນໃຫຍ່ໜ້າດິນນໍາໃຊ້ ປືນ ບີເອັມ-21 ແລະ ປືນ ໃຫຍ່ 152 ມມ, 122 ມມ ຍິງກະ ກຽມ ແລະ ຍົກຍ້າຍ, ເຫຼົ່າຮົບ ຊ່າງແສງສົ່ງໝາກຝາບິນເປີດ ທາງໄຂ, ທະຫານຍານເກາະສົມ ທົບເຫຼົ່າຮົບລົດຕັງປະຕິບັດບຸກ ຕີສັດຕູຈັ້ງທ່າ, ເຫຼົ່າຮົບເສນາຮັກ ກອບກູ້ຄົນເຈັບໃນສະໜາມເຫຼົ່າ ຮົບເຄມີລົບລ້າງທາດພິດເຄມີ ໃຫ້ກຳລັງ, ພາຫະນະອາວຸດ ແລະ ລາຍການສຸດທ້າຍ ເຫຼົ່າຮົບທະ ຫານອາກາດນໍາໃຊ້ເຮືອບິນທຸກຊະນິດບິນສວນສະໝາມ.

ການເຝິກຊ້ອມການທະຫານ ຄັ້ງນີ້, ແນໃສ່ເພື່ອຮັບປະກັນການຈັດຕັ້ງສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ມີຜົນ ສຳເລັດຢ່າງຈົບງາມ ແລະ ເຫັນ ໄດ້ເຖິງຄວາມເຂັ້ມແຂງຂອງ ກອງທັບປະຊາຊົນລາວ ໃນໄລ ຍະໃໝ່.

ໂດຍ: ເພັດ ສົມນໍວັນ