ເກີດເຫດບໍ່ຄຳຖະຫລົ່ມຢູ່ ຊິມບຳເວ ເສຍຊີວິດ 40 ກວ່າຄົນ
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ຣາຣາເຮ ຂອງຊີມບຳເວ, ວັນທີ 26 ພະຈິກ, ທ່ານ ເວລລິງຕັນ ທາຄາວາຣາຊາ ປະທານ ສະຫະພັນ ບໍແຮ່ ຊິມບຳເວ ເປີດເຜີຍວ່າ: ເກີດອຸບັດເຫດ ຢູ່ບໍ່ແຮ່ຄຳຮ້າງ ຊື່ແຣນໂກລດໄມ ໃນເມືອງບິນດູຣາ ປະມານ 70 ກິໂລແມັດ ທາງພາກເໜືອຂອງ ນະຄອນຫລວງ ຮາຣາເຮ ເຮັດໃຫ້ ປະຊາຊົນ ທ່ີກຳລັງ ລັກຂຸດຄຳ ໃນບໍ່ແຮ່ຮ້າງ ຕ້ອງຖືກຕິດ ຢູ່ໃຕ້ບໍ່ແຮ່ຫລາຍກວ່າ 40 ຄົນ.

ໜ່ວຍກູ້ໄພ ແລະ ອາສາສະໝັກ ໄດ້ຊ່ວຍເຫລືອ ປະຊາຊົນ ທີ່ຕິດຢູ່ ໃນພື້ນທ່ີດັ່ງກ່າວ ໄດ້ແລ້ວ 6 ຄົນ ແລະ ນຳສົ່ງໄປໂຮງໝໍ. ປັດຈຸບັນ, ເຈົ້າໜ້າທ່ີກູ້ໄພ ພວມເລັ່ງຄົ້ນຫາ ຜູ້ປະສົບເຄາະ ດັ່ງກ່າວຕໍ່ໄປ.

ບໍ່ແຮ່ ເປັນແຫລ່ງ ລາຍຮັບຕົ້ນຕໍ ໃນການສ້າງ ລາຍຮັບເງິນຕາ ເຂົ້າປະເທດຊິມບຳເວ ໂດຍຄຳຄອງເອົາ ອັດຕາສ່ວນແບ່ງ ເຖິງ60% ຂອງສິນຄ້າສົ່ງອອກ ຂອງປະເທດທັງໝົດ ແລະ ອຸດສາຫະກຳຄຳ ສ້າງວຽກເຮັດ ງານທຳເກືອບ 10% ຂອງປະຊາກອນ ທົ່ວປະເທດ ແລະ ອື່ນໆ./.
