ປູຕິນໃຊ້ໄມ້ຕາຍໂດຍບໍ່ໄວ້ໜ້າ ຕໍ່ພະນັກງານລັດທຸກຄົນທີ່ສໍ້ລາດບັງຫຼວງ

ຕໍ່ໄປນີ້, ພະນັກງານ-ລັດຖະກອນຂອງລັດເຊຍຄົນໃດບໍ່ສາມາດຊີ້ແຈງໄດ້ວ່າ ຊັບສິນອັນໃດທີ່ບໍ່ໄດ້ມາດ້ວຍເງິນລາຍຮັບຂອງຄອບຄົວຊື້ເອົາໄດ້ ກໍຈະຖືກລັດຢຶດເອົາທັງໝົດ. ນີ້ຄືການປະຕິຮູບການຕ້ານການສໍ້ລາດບັງຫຼວງ ທີ່ທ່ານ ປູຕິນ ເປັນຜູ້ວາງອອກມາ

ທ່ານປູຕີນມີທິດສະດີປົກປ້ອງບໍ່ໃຫ້ພະນັກງານລັດສໍ້ລາດບັງຫຼວງ ມີຢູ່ສອງຮູບແບບ:

1) ລົງໂທດໃຫ້ໜັກໆ.

2) ບໍ່ມີບ່ອນໃຫ້ໃຊ້ຈ່າຍເງິນສົກກະປົກດັ່ງກ່າວ.

ໂດຍອີງໃສ່ທິດສະດີດັ່ງກ່າວ, ໄດ້ເກີດມີຮ່າງກົດໝາຍ 3 ສະບັບສະເໜີຕໍ່ສະພາປະຊາຊົນພິຈາລະນາແລ້ວ ແລະ ຈະມີບັນດານັກກົດໝາຍຄົ້ນຄວ້າຢ່າງຖີ່ຖ້ວນ. ຊຶ່ງກົດໝາຍດັ່ງກ່າວມີເນື້ອໃນທີ່ໜ້າສົນໃຈຫຼາຍຢ່າງເມື່ອທຽບໃສ່ກົດໝາຍສະບັບນຳໃຊ້ໃນປັດຈຸບັນຄື:

ເຖິງແມ່ນຈະອອກຈາກໜ້າທີ່ຕຳແໜ່ງໄປແລ້ວກໍຕາມ ແຕ່ກໍຍັງມີໂທດຢູ່. ພະນັກງານລັດທຸກຄົນຈະຖືກກວດສອນ ແມ່ນແຕ່ລາອອກຈາກໜ້າທີ່ຕຳແໜ່ງແລ້ວກໍຕາມ. ທຸກສັນຍາການຊື້-ຂາຍ ອະສັງຫາລິມະຊັບ, ເຮືອນຳທ່ຽວ, ລົດໃຫ່ຍ, ເງິນຕາຕ່າງປະເທດ…ລ້ວນແຕ່ຈະຖືກສຳນັກງານໄອຍະການຕິດຕາມລາຄາ ແລະ ສົມທຽບໃສ່ລາຍຮັບຕົ້ນຕໍຂອງຄອບຄົວພະນັກງານ-ລັດຖະກອນ.

ການໃຫ້ສິນບົນ ຈະບໍ່ມີຄວາມໝາຍອີກ. ຖ້າພະນັກງານ-ລັດຖະກອນຫາກບໍ່ສາມາດພິສູດໄດ້ວ່າ ລົດ, ເຮືອນ… ນັ້ນໄດ້ມາດ້ວຍລາຍຮັບຂອງຄອບຄົວແທ້ໆ ກໍຈະຖືກຢຶດເປັນຂອງແຜ່ນດິນ. ເວົ້າຢ່າງໜຶ່ງ ກໍໝາຍຄວາມວ່າ ທຸກຜົນປະໂຫຍດ ແລະ ວັດຖຸສິ່ງຂອງທີ່ໄດ້ມາດ້ວຍການສໍ້ລາດບັງຫຼວງຈະຖືກຢຶດທັງໝົດ.

ຖ້າພະນັກງານ-ລັດຖະກອນຫາກຈົງໃຈຂາຍ ຫຼື ທຳລາຍຊັບສິນ ເພື່ອອຳພາງ ລັດຈະຢຶດເອົາເງິນຄືນເທົ່າກັບມູນຄ່າຊັບສິນທີ່ຖືກຂາຍ ຫຼື ທຳລາຍ ມາເປັນຂອງແຜ່ນດິນ.

3) ໃບບິນຢູ່ໃສ?

ອົງການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການນຳກຸ່ມບໍລິສັດ ແລະ ຄັງເງິນແຫ່ງລັດ ມີສິດເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການເຮັດທຸລະກຳທາງການເງິນ, ເລກບັນຊີ ແລະ ເງີນຝາກ…ຂອງທຸກຄົນ ແລະ ທຸການຈັດຕັ້ງທີ່ນອນຢູ່ໃນລະບົບທະນາຄານຂອງລັດເຊຍ. ນີ້ຄືມາດຕະການຄວບຄຸມການເຄື່ອນໄຫວການເງິນຂອງພະນັກງານ-ລັດຖະກອນ.

ຫຼຸດຂັ້ນ, ຂອດຮ້ອງຟ້ອງລົງ, ປົກປ້ອງຜູ້ຮ້ອງທຸກ.ສຳລັບພະນັກງານ-ລັດຖະກອນທີ່ພົບວ່າມີການທຸດຈະລິດ,ຂໍພຽງແຕ່ມີບົດລາຍງານ ແລະ ຄຳໃຫ້ການຂອງຜູ້ຕ້ອງຫາເທົ່ານັ້ນ ອົງການໄອຍະການກໍສາມາດດຳເນີນຄະດີໄດ້ທັນທີ. ອາຍຸຄວາມຄະດີ 3 ປີ ນັບແຕ່ມື້ມີການສໍ້ລາດບັງຫຼວງເກີດຂຶ້ນ.

ບຸກຄົນທີ່ເຂົ້່າຮ່ວມຂະບວນການຮ້ອງຟ້ອງ ຈະບໍ່ຖືກວັກເວັ້ນໜ້າທີ່ຕຳແໜ່ງ. ຜູ້ຮ້ອງຟ້ອງ ຈະໄດ້ຮັບການປົກປ້ອງຈາກລັດ ແລະ ມີສິດເຂົ້າຮ່ວມໂຄງການປົກປ້ອງພະຍານ.

ອາຍັດຊັບສິນການຈັດຈັ້ງທີ່ໃຫ້ສິນບົນ.

ອົງການຈັດຕັ້ງ, ຫົວໜ່ວຍທຸລະກິດທີ່ໃຫ້ສິນບົນຕໍ່ພະນັກງານ-ລັດຖະກອນຈະຖືກຢຶດຊັບສິນສູງສຸດທົບ 100 ເທົ່າຂອງມູນຄ່າທີ່ໃຫ້ສິນບົນ. ກໍລະນີທີ່ການຈັດຕັ້ງນັ້ນບໍ່ມີຊັບສິນ, ບໍ່ມີເລກບັນຊີເງິນຝາກໃນທະນາຄານ ແມ່ນສານຈະເປັນຜູ້ຕິດສິນ.

ໃນຂະນະທີ່ຈັດຕັ້ງປະຕິບັດຂໍ້ກົດໝາຍຢູ່ນັ້ນ ຖ້າຫາກມີຄວາມຈຳເປັນຢາກເພີ່ມລະດັບການປັບໃໝຂຶ້ນ ແມ່ນຈຳເປັນຕ້ອງມີການປັບປຸງກົດໝາຍຄືນໃໝ່ໃຫ້ມີຄວາມເໝາະສົມກວ່າເກົ່າ.

ສະມາຊິກສະພາຜູ້ແທນປະຊາຊົນລັດເຊຍ ທ່ານ Anton Getta ໃຫ້ຄຳສັງເກດວ່າ ວິທີການດັ່ງກ່າວ ແມ່ນຮູບການລົງໂທດທີ່ໜັກໜ່ວງຕໍ່ກັບບໍລີສັດທີ່ມີ ນິໄສມັກໃຫ້ສິນບົນ.

ຂໍ້ມູນ: laophattananews