ໃຊ້ສາກເຂົ້າເບືອຕີເມຍ… ຍ້ອນບໍ່ພໍໃຈຄຳເວົ້າ

ເຫດພະຍາຍາມຄາດຕະກໍາເມຍຕົນເອງຢູ່ເຂດບ້ານນ້ຳຕ່າງ ເມືອງປາກຊ່ອງ ແຂວງຈຳປາສັກ ຍ້ອນບໍ່ພໍໃຈໃນຄໍາເວົ້າ ເຮັດໃຫ້ ທ້າວ ໂພໄຊ ອາຍຸ 30 ປີ ໃຊ້ສາກເຂົ້າເບືອຕີໃສ່ຫົວ ນາງ ພວມ ອາຍຸ 28 ປີ ຈົນໄດ້ຮັບບາດເຈັບໃນຄັ້ງວັນທີ 4 ສິງຫາ 2020.

ເຈົ້າໜ້າທີ່ ປກສ ເມືອງປາກຊ່ອງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກອໍານາດການປົກຄອງບ້ານນາຕ່າງວ່າ: ໄດ້ມີເຫດພະຍາຍາມຄາດ ຕະກໍາເມຍ ແຕ່ບໍ່ສໍາເລັດ ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງເກັບກຳຂໍ້ມູນ ແລະ ກວດສອບເຫດການຕົວຈິງ. ຈົນຮອດວັນທີ 11 ສິງຫາ 2020. ກໍສາມາດກັກຕົວ ທ້າວ ໂພໄຊ (ຜູ້ກໍ່ເຫດ) ມາດຳເນີນຄະດີ. ຈາກນັ້ນ, ກໍໄດ້ມອບສົ່ງຄະດີດັ່ງກ່າວໃຫ້ພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ດຳເນີນຄະດີຕໍ່ໄປ.

ຜ່ານການສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈຳປາສັກ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນຕົ້ນເດືອນມິຖຸນາ 2008, ໄດ້ແຕ່ງງານກັບ ນາງ ພວມ ມີລູກຮ່ວມກັນ 3 ຄົນ ຍິງ 2 ຄົນ ຢູ່ ບ້ານນ້ຳຕ່າງ ເມືອງປາກຊ່ອງ; ຈາກນັ້ນ ຮອດປີ 2015 ຜູ້ກ່ຽວກັບເມຍແມ່ນໄດ້ພາກັນໄປເຮັດສວນປູກສາລີ; ເຊິ່ງກ່ອນມື້ເກີດເຫດນັ້ນ, ເວລາປະມານ 18:00 ໂມງ ຜູ້ກ່ຽວໄດ້ນັ່ງກິນເຂົ້າຢູ່ເຮືອນ ແລະ ນາງ ພວມ ຜູ້ເປັນເມຍໄດ້ເວົ້າໃສ່ຜົວວ່າ: ເວລາອອກຈາກເຮືອນໃຫ້ອັດປະຕູເຮືອນແດ່. ຈາກນັ້ນ, ນາງ ພວມ ກໍເວົ້າອີກວ່າ ແຕ່ລະມື້ວຽກບໍ່ເຮັດວຽກ ກໍບໍ່ຕ້ອງກິນເຂົ້າ, ເມື່ອໄດ້ຍິນແນວນັ້ນ ຈຶ່ງເກີດມີແນວຄິດຢາກຮ້າຍ ພ້ອມທັງຜິດຖຽງກັນ, ແລ້ວກໍເຂົ້ານອນ.

ຕອນເຊົ້າຂອງວັນທີ 4 ສິງຫາ, ເວລາ 6:00 ໂມງ ນາງ ເຕີດ (ແມ່ຂອງທ້າວ ໂພໄຊ) ໄດ້ຍ່າງມາຫຼິ້ນນຳຢູ່ເຮືອນ ແລ້ວເວົ້າວ່າ: ໄລຍະນີ້, ພວກ ລູກບໍ່ໄດ້ເຮັດວຽກຫຍັງບໍ, ຖ້າບໍ່ມີກໍພາກັນໄປເກັບກາເຟຊ່ວຍແມ່ແດ່; ໃນເວລານັ້ນ, ນາງ ພວມ ໄດ້ເວົ້າວ່າ: ໄລຍະນີ້, ລູກຄາຮັບຈ້າງຖາງຫຍ້າຢູ່. ຈາກນັ້ນ, ນາງ ພວມ ກໍເວົ້າໃຫ້ ທ້າວ ໂພໄຊ ວ່າ: ຢູ່ເຮືອນກໍຢູ່ລ້າໆ ວຽກເຮືອນກໍບໍ່ເຮັດຊ່ວຍກັນ. ເມື່ອໄດ້ຍິນແນວນັ້ນ, ທ້າວ ໂພໄຊ ຈຶ່ງເກີດອາລົມໂມໂຫໃຈຮ້າຍ ຈຶ່ງໄດ້ລຸກຂຶ້ນຍ່າງໄປຈັບເອົາສາກເຂົ້າເບືອຕີໃສ່ຫົວເມຍ 2 ບາດ ເຮັດໃຫ້ຫົວແຕກ, ຕີໃສ່ປາກ 1 ບາດ ເຮັດໃຫ້ແຂ້ວອອກ 2 ເຫຼັ້ມ; ໃນເວລານັ້ນ, ນາງ ເຕີດ ຜູ້ເປັນແມ່ໄດ້ເຂົ້າໄປຫ້າມ ແລ້ວເອົາແຂນບັງໄວ້. ຜູ້ກ່ຽວຈຶ່ງໄດ້ຕີແຂນເບື້ອງຊ້າຍຂອງແມ່ ເຮັດໃຫ້ແຂນແມ່ຫັກ. ຈາກນັ້ນ, ຜູ້ກ່ຽວກໍກັບໄປຕີໃສ່ກົກຂາ, ໃສ່ແຄ່ງ ຂອງ ນາງ ພວມ ອີກ. ຈຸດປະສົງ ເພື່ອຫວັງຈະຄາດຕາກຳ. ພາຍຫຼັງຕີເມຍ ແລະ ແມ່ ແລ້ວ, ຜູ້ກ່ຽວ ກໍໄດ້ເອົາຕົວຫຼົບໜີໄປຢູ່ສວນ. ຈົນຮອດວັນທີ 11 ສິງຫາ 2020, ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມກົດໝາຍ.

ການກະທຳຂອງຜູ້ຖືກຫາ ເປັນການກະທຳທີ່ຜິດຕໍ່ກົດໝາຍອາຍາແຫ່ງ ສປປ ລາວ ພ້ອມທັງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ; ເຊິ່ງຜູ້ກ່ຽວຈະຖືກນຳຕົວໄປດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ.

ຂ່າວ: ປກສ ແຂວງຈຳປາສັກ