ດ່ວນ!! ສັ່ງໂຈະການບໍລິການຮ້ານອາຫານ ສະຖານີ 3434 ຊົ່ວຄາວ

ຫ້ອງວ່າການ ເມືອງໄຊເສດຖາ ໄດ້ອອກແຈ້ງການ ເຖິງ ຮ້ານອາຫານ ສະຖານີ 3434. ເລື່ອງ: ໃຫ້ໂຈະການບໍລິການຮ້ານອາຫານ ສະຖານີ 3434 ຊົ່ວຄາວ.

ອີງຕາມ ໜັງສືສະເໜີຂອງຮ້ານອາຫານ ສະຖານີ 3434 ສະບັບລົງວັນທີ 20/11/2020. ກ່ຽວກັບສະເໜີຂໍເປີດບໍລິການ ຮ້ານອາຫານ ສະຖານີ 3434. ອີງຕາມ ໃບອະນຸຍາດ ສະບັບເລກທີ 004/ຖວທ, ລົງວັນທີ 15/01/2019.
ອິງຕາມ ການຄົ້ນຄວ້າ ແລະ ຕົກລົງເຫັນດີຂອງກອງປະຊຸມຄະນະປະຈຳພັກເມືອງໄຊເສດຖາ ຄັ້ງວັນທີ 25/11/2020.

ຫ້ອງວ່າການເມືອງໄຊເສດຖາ ຂໍຖືເປັນກຽດແຈ້ງຜົນຂອງກອງປະຊຸມຄະນະປະຈຳພັກ ເມືອງໄຊເສດຖາ ມາຍັງຮ້ານອາຫານ ສະຖານີ 3434 ຊາບດັ່ງນີ້: ເນື່ອງຈາກໄລຍະນີ້ ເປັນໄລຍະກະກຽມໃຫ້ແກ່ການດໍາເນີນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການກະກຽມສະເຫຼີມສະຫຼອງວັນ
ສໍາຄັນຂອງພັກຂອງຊາດ ໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ພ້ອມນີ້ ສະພາບການແຜ່ລະບາດຂອງພະຍາດ coVID-19 ນັບມື້ຍັງເພີ່ມຂື້ນ, ສະນັ້ນເພື່ອເປັນການຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ ແລະ ເພີ່ມທະວີການປ້ອງກັນ ແລະ ການແຜ່ລະບາດຂອງພະຍາດ ໂຄວິດ-19 ນັ້ນ ເຫັນຄວນໃຫ້ໂຈະການ ບໍລິການ ຊົ່ວຄາວເສຍກ່ອນຫ້າມບໍ່ໃຫ້ເປີດເພງຮ້ອງ, ຂັບລຳໃສ່ ຊີດີ (CD) ຜ່ານເຄື່ອງຂະຫຍາຍສຽງ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສວ່ນທີ່ກ່ຽວຂ້ອງ ໃຫ້ລໍຖ້າຜົນຂອງການຄົ້ນຄວ້າຂອງຄະນະຮັບຜິດຊອບຂັ້ນເມືອງເສຍກ່ອນ ແລ້ວຈຶ່ງດໍາເນີນເປີດບໍລິການເປັນປົກກະຕິ.