ຈະເປີດທົດລອງແລ້ວ…! ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ເປີດການຜະລິດໃນທ້າຍເດືອນນີ້

ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ຄາດວ່າຈະເປີດທົດລອງການຜະລິດນ້ຳມັນເຊື້ອໄຟ ໃນວັນທີ 30 ພະຈິກ 2020 ທີ່ຈະມາເຖິງນີ້, ເພື່ອຊົມໃຊ້ຢູ່ພາຍໃນປະເທດ. ພ້ອມກັນນີ້, ເພື່ອຊ່ວຍຫລຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ, ທັງຫລຸດຜ່ອນລາຄານ້ຳມັນໃນຕະຫລາດພາຍໃນນຳອີກ, ໂດຍຈະຜະລິດ ນ້ຳມັນແອັດຊັງ, ກາຊວນ ແລະ ອາຍແກັດ ໃຫ້ໄດ້ 1 ລ້ານໂຕນຕໍ່ປີ.

ທ່ານ ປານີ ພວງເພັດ ຮອງຜູ້ອຳນວຍການ ບໍລິສັດເປໂຕຣເຄມີລາວ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 24 ພະຈິກ 2020 ນີ້ວ່າ: ໂຮງງານກັ່ນນໍ້າມັນ ຂອງບໍລິສັດເປໂຕຣເຄມີລາວ ຈຳກັດ ຕັ້ງຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫລວງວຽງຈັນ, ໄດ້ເລີ່ມກໍ່ສ້າງໃນປີ 2015 ໃນເນື້ອທີ່ທັງໝົດ 280.000 ຕາແມັດ, ໂດຍໃຊ້ເງິນລົງທຶນ 179 ລ້ານໂດລາສະຫະລັດ ພາຍໃຕ້ບໍລິສັດເປໂຕຣເຄມີ ລາວ-ຈີນ ແຂວງຢຸນນານ ກັບ ກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນແຂວງຢຸນນານ ຮຸ້ນສ່ວນຈຳກັດ ຖືຮຸ້ນ 75%, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຖືຫຸ້ນ 20% ແລະ ບໍລິສັດຮ່ວມທຶນລາວ-ຈີນຈຳກັດ ຖືຫຸ້ນ 5%. ວັດຖຸດິບ ສ່ວນຫລາຍແມ່ນນຳເຂົ້າມາຈາກປະເທດສິງກະໂປ. ໃນຫລາຍປີຜ່ານມາ ສປປ ລາວ ໄດ້ນຳເຂົ້ານ້ຳມັນເຊື້ອໄຟຫລາຍລ້ານໂຕນຕໍ່ປີ ໃນລາຄາທີ່ສູງຫລາຍ. ສະນັ້ນ, ໂຄງການໂຮງງານກັ່ນນໍ້າມັນເປໂຕຣເຄມີ ຈະຊ່ວຍໃນການຫລຸດຜ່ອນການນຳເຂົ້ານ້ຳມັນ ແລະ ຫລຸດຜ່ອນທາງດ້ານລາຄາ. ພ້ອມນີ້, ມັນຍັງສາມາດສ້າງວຽກເຮັດງານທຳໄດ້ຫລາຍຕ່ຳແໜງງານ, ເຊິ່ງປັດຈຸບັນ ມີພະນັກງານເຖິງ 400 ຄົນ, ຄົນລາວປະມານ 100 ຄົນ.

ທ່ານ ປານີ ພວງເພັດ ກ່າວຕື່ມວ່າ: ໂຮງງານຂອງພວກເຮົາ ຍັງມີສິ່ງທ້າທາຍຫລາຍຢ່າງ ໂດຍສະເພາແມ່ນ ດ້ານຕະຫລາດຈຳໜ່າຍ ເພາະຖ້າເຮົາຜະລິດມາແລ້ວ ແຕ່ບໍ່ມີບ່ອນຈຳໜ່າຍ ເນື່ອງຈາກວ່າທຸກບໍລິສັດ ກໍໄດ້ມີການແກ້ງແຍ່ງແຂ່ງຂັນກັນທາງດ້ານການຈັດຊື້ ແລະ ນຳເຂົ້ານ້ຳມັນເຊື້ອໄຟດັ່ງກ່າວ, ເຊິ່ງມັນຈະເຮັດໃຫ້ພວກເຮົາມີຄວາມທ້າທາຍໃນຕໍ່ໜ້າ ເພາະວ່າເປັນວຽກທີ່ໃໝ່ສຳລັບພວກເຮົາ. ສະນັ້ນ, ພວກເຮົາຈະຕ້ອງໄດ້ມີການສຶກສາຕະຫລາດຢ່າງລະອຽດ ວ່າຄວາມຕ້ອງການພາຍໃນຂອງເຮົາຫລາຍໜ້ອຍຊ່ຳໃດ, ເພື່ອເຮັດແນວໃດໃຫ້ການຜະລິດຂອງພວກເຮົາ ໄດ້ບັນລຸຕາມຄາດໝາຍທີ່ໄດ້ຕັ້ງໄວ້. ນອກ ຈາກນີ້, ບັນຫາເລື່ອງຄວາມປອດໄພ ແລະ ສິ່ງແວດລ້ອມ ຖືເປັນບັນຫາສຳຄັນທີ່ສຸດ ເພາະວ່າໂຮງງານ ຂອງພວກເຮົາແມ່ນຕັ້ງຢູ່ໃກ້ຕົວເມືອງ, ເຊິ່ງພວກເຮົາກໍໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແລະ ບໍລິຫານເປັນຢ່າງດີ, ໂດຍຈະບໍ່ໃຫ້ມີການປ່ອຍຄວນອອກຫລາຍ ແລະ ໄດ້ມີວິທີການກັ່ນຕອງຄວັນ ດ້ວຍລະບົບທັນສະໄໝ. ຫລັງຈາກນັ້ນ, ໄດ້ຄ່ອຍປ່ອຍອອກມາ ເພື່ອບໍ່ໃຫ້ມີມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ສິ່ງແວດລ້ອມອື່ນໆ ທີ່ຢູ່ອ້ອມຂ້າງເຂດດັ່ງກ່າວ.

ຂ່າວ-ຮູບ: ມະນີທອນ